ນາງກູອ້າຍລີງ ຍາດໄດ້ຫຼຽນຄຳເພີ່ມອີກຫນຶ່ງຫຼຽນໃຫ້ກັບຈີນໃນການແຂ່ງຂັນສະກີຣູບໂຕ U ທ່າຟຣີສະຕາຍເພດຍິງ

2022-02-18 17:12:50 |ມາຈາກ: CRI

ໃນການແຂ່ງຂັນສະກີຢູ່ສະຫນາມກິລາຮູບໂຕ U ໃນທ່າຟຣີສະຕາຍເພດຍິງ, ນາງກູອ້າຍລີງ ນັກກິລາຈີນໄດ້ຮັບຫຼຽນຄຳ! ນີ້ແມ່ນຫຼຽນຄຳຫຼຽນທີ 8 ຂອງຄະນະນັກກິລາຈີນໃນງານກິລາໂອລິມປິກລະດູຫນາວປັກກິ່ງຄັ້ງນີ້. ໃນງານກິລາໂອລິມປິກລະດູຫນາວຄັ້ງນີ້,ນາງກູອ້າຍລີງໄດ້ເຂົ້າຮ່ວມການແຂ່ງຂັນ 3 ປະເພດ ໂດຍໄດ້ຮັບ 2 ຫຼຽນຄຳ ແລະ 1 ຫຼຽນເງິນ.