ອາຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຮັບ​ປະ​ກັນ​ການຈັດ​ຕັ້ງ​ປະ​ຕິ​ບັດ RCEP ຢ່າງ​ຮອບ​ດ້ານ ແລະ​ບັງ​ເກີດ​ຜົນ

2022-02-18 17:15:47 |ມາຈາກ: CRI

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ທີ່​ບໍ່​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ ໃນວັນ​ທີ 17 ກຸມ​ພາ​ນີ້, ໂດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດສັນ​ຍາ​ການ​ພົວ​ພັນ​​ຄູ່ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ຢ່າງ​ຮອບ​ດ້ານ ແລະ​ບັງ​ເກີດ​ຜົນ.

ກອງ​ປະ​ຊຸມ​ຄັ້ງ​ນີ້ເປັນ​ປະ​ທານ​ໂດຍ​ທ່ານ ປ​ຣາກ ໂຊ​ໂຄນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ ແລະ ​ຈັດຂຶ້ນ​ດ້ວຍ​ຮູ​ບ​ແບບ​ທັງ​ອອນ​ລາຍ ແລະ​ອອ​ຟ​ລາຍ. ທ່ານປ​ຣາກ ໂຊ​ໂຄນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ກອງ​ປະ​ຊຸມ​ວ່າ: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ອາ​ຊຽນໄດ້​ໃຫ້ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຮັບ​ປະ​ກັນ​ການຈັດ​ຕັ້ງ​ປະ​ຕິ​ບັດ RCEP ຢ່າງ​ຮອບ​ດ້ານ ແລະ​ບັງ​ເກີດ​ຜົນ, ​ທັງໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ອາ​ຊຽນ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ​ການ​ເຊື່ອ​ມ​ຕໍ່​​ດ້ານການ​ຄ້າ, ການ​ລົງ​ທຶນ ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ພາຍ​ໃນ​ອ​າ​ຊຽນ, ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ແຂ່​ງ​ຂັນ ແລະ​ການ​ເຊື່ອມ​ຈອ​ດ​ກັນ​ຂອງ​ພາກ​ພື້ນ.

ທ່ານ​​ປຣາກ ໂຊ​ໂຄນ​ກ່າວ​ວ່າ: ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ດ້ານ​ການ​ຟື້ນ​ຟູ​ເສ​ດ​ຖະ​ກິດ​​ຂອງພາກ​ພື້ນ​ພາຍ​ຫຼັງສະ​ພາບ​ພະ​ຍາດ​ໂຄວິດ-19, ​ທັງກ່າວ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ຂອບ​ການ​ຟື້ນ​ຟູ​​ຢ່າງຮອບ​ດ້ານ​ຂອງ​ອາ​ຊຽນ” ຢ່າງ​​ຄົບ​ຖ້ວນ ແລະ​ບັງ​ເກີດ​ຜົນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ຍັງໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຂອງ​ພາກ​ພື້ນ ແລະ​ສາ​ກົນ, ທັງ​ໄດ້​ກ່າວ​​ເນັ້ນ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ.