ນາງຊຸຍເວີນຈີ້ງແລະທ້າວຮານຊົ່ງຊີງໄດ້ຫຼຽນຄຳຫຼຽນທີ 9 ຂອງຈີນ

2022-02-21 11:49:04 |ມາຈາກ: CRI

ຕາມຂ່າວCRI: ວັນທີ 19 ກຸມພານີ້, ນາງຊຸຍເວີນຈີ້ງແລະທ້າວຮານຊົ່ງຊີງໄດ້ຍາດໄດ້ແຊມປຽນດ້ວຍຄະແນນທັງໝົດ 239,88 ຄະແນນໃນການແຂ່ງຂັນເຕັ້ນລະບຳສະແດງລີລາເທິງນ້ຳກ້ອນປະເພດຄູ່ໃນງານກິລາໂອລິມປິກລະດູໜາວປັກກິ່ງ, ຊີງໄດ້ຫຼຽນຄຳຫຼຽນທີ 9 ໃຫ້ຄະນະນັກກິລາຈີນ. ງານກິລາໂອລິມປິກລະດູໜາວປັກກິ່ງຈະສິ້ນສຸດລົງໃນໄວໆນີ້, ປັດຈຸບັນນີ້, ຄະນະນັກກິລາຈີນໄດ້ລື່ນກາຍຄະນະນັກກິລາອາເມຣິກາ, ຊີງໄດ້ຫຼຽນຄຳ 9 ຫຼຽນ ຫຼຽນເງິນ 4 ຫຼຽນແລະຫຼຽນທອງ 2 ຫຼຽນ, ຂຶ້ນເປັນອັນດັບ 3 ໃນຕາຕະລາງຫຼຽນ.

ການແນະນຳຂອງບັນນາທິການ
滇ICP备 09002441号
中华人民共和国国务院新闻办公室 支持指导
云南省人民政府新闻办公室 主办
云南日报报业集团 承办
本网站由云桥网版权所有,未经授权禁止复制或建立镜像
Copyright ©yunnangateway.com All Rights Reserved since 2006