ຈີນຈັດງານກິລາໂອລິມປິກລະດູໜາວແມ່ນເມື່ອເວົ້າຄຳໃດອອກມາແລ້ວຕ້ອງມີຄວາມໜ້າເຊື່ອຖືແລະເມື່ອເວົ້າແລ້ວຕ້ອງເຮັດໄດ້ຢ່າງແນ່ນອນ

2022-02-21 14:37:10 |ມາຈາກ: CRI

ຕອນຄ່ຳວັນທີ 20 ກຸມພາປີ2022ນີ້, ພິທີປິດງານກິລາໂອລິມປິກລະດູໜາວ ປັກກິ່ງໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ສະໜາມກິລາແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ຄົນທັງຫຼາຍໄດ້ພາກັນເປັນສັກຂີພິຍານໃຫ້ກັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ວັນທີ 31 ກໍລະກົດປີ2015, ໃນເວລາທີ່ກອງປະຊຸມຄົບຄະນະກຳ ມະການໂອລິມປິກສາກົນຈະຈັດການລົງຄະແນນສຽງເພື່ອຕັດສິນສິດເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ2022ວ່າຈະເປັນຂອງຕົວເມືອງໃດ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຢືນຢັນການເດັດດ່ຽວສະໜັບສະໜູນແລະ ຄຳໝັ້ນສັນຍາອັນໜັກແໜ້ນຜ່ານທາງວິດີໂອວ່າ: “ປະຊາຊົນຈີນຄອງຄອຍແລະ ລໍຖ້າໂອກາດເທື່ອນີ້ ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າຫາກບັນດາທ່ານຄັດເລືອກປັກ ກິ່ງ,ປະຊາຊົນຈີນຈະສາມາດຈັດງານກິລາໂອລິມປິກລະດູໜາວທີ່ໜ້າຊົມ, ບໍ່ທຳ ມະດາແລະໂດດເດັ່ນໃຫ້ກັບໂລກໄດ້ແນ່ນອນ.”

ລະຫວ່າງປີ2017ຫາປີ2022, ທ່ານປະທານສີຈິ້ນຜິງໄດ້ສຳຫຼວດກວດກາ ວຽກງານກະກຽມຈັດງານກິລາໂອລິມປິກລະດູໜາວໃນພື້ນທີ່ຕົວຈິງ 5 ເທື່ອ ຕາມລຳດັບ. ຈາກການວາງແຜນແມ່ບົດຈົນຮອດການກໍ່ສ້າງສະໜາມກິລາ, ຈາກການບຳລຸງກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດຈົນຮອດການຝຶກແອບຂອງນັກກິລາເພື່ອກຽມເຂົ້າຮ່ວມການແຂ່ງຂັນ, ທ່ານໄດ້ໃຫ້ຄວາມເອົາໃຈໃສ່ຢ່າງລະອຽດ.

ໃນຂະບວນການນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກມາຫຼາຍເທື່ອວ່າ: “ຈີນຈະປະຕິບັດຕາມຄຳໝັ້ນສັນຍາທຸກຢ່າງທີ່ໃຫ້ໄວ້ໃນຂະບວນການຂໍຮ້ອງເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງນັ້ນໃຫ້ປາກົດຜົນເປັນຈິງຢ່າງຮອບດ້ານ.” “ຈີນຈັດງານກິລາໂອລິມປິກລະດູໜາວແມ່ນເມື່ອເວົ້າ ຄຳໃດອອກມາແລ້ວຕ້ອງມີຄວາມໜ້າເຊື່ອຖືແລະເມື່ອເວົ້າແລ້ວຕ້ອງເຮັດໄດ້ຢ່າງແນ່ນອນ”.

ປັດຈຸບັນ, ງານກິລາໂອລິມປິກລະດູໜາວທີ່ກະທັດຮັດ,ປອດໄພແລະໜ້າຊົມ ໄດ້ປາກົດຂຶ້ນຢູ່ຕໍ່ໜ້າຊາວໂລກ, ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາອັນໜັກ ແໜ້ນທີ່ໃຫ້ໄວ້ກັບປະຊາຄົມໂລກ.

ໃນຄຳໝັ້ນສັນຍາຂອງປະເທດໃຫຍ່ດັ່ງກ່າວນີ້ແມ່ນມີແນວຄວາມຄິດຕາມຫຼັກວິທະຍາສາດທີ່ຈີນໄດ້ປະຕິບັດມາໂດຍຕະຫຼອດ.

ໃນປີ2015, ພາຍຫຼັງໄດ້ປະສົບຜົນສຳເລັດໃນການຂໍຮ້ອງເປັນເຈົ້າພາບ ຈັດງານກິລາໂອລິມປິກລະດູໜາວປັກກິ່ງບໍ່ດົນ, ທ່ານສີຈິ້ນຜິງໄດ້ສະເໜີແນວ ຄວາມຄິດຈັດງານກິລາໂອລິມປິກທີ່ວ່າ “ສີຂຽວ, ຊົມໃຊ້ຮ່ວມກັນ, ເປີດປະຕູ ແລະປອດໃສຂາວສະອາດ”.

ຈາກຄະນະຈັດງານກິລາໂອລິມປິກລະດູໜາວປັກກິ່ງຄັດເລືອກແລະຮັບຈ້າງຜູ້ຊ່ຽວຊານຕ່າງປະເທດເຂົ້າຮ່ວມວຽກງານກະກຽມແລະຈັດງານ,ຈົນຮອດການກະກຽມສະໜາມກິລາສະເພາະງານກິລາໂອລິມປິກລະດູໜາວໂດຍນຳໃຊ້ເງື່ອນໄຂທີ່ມີຢູ່ໃນປັດຈຸບັນໃຫ້ເກີດປະສິດທິຜົນຫຼາຍເທົ່າທີ່ຈະຫຼາຍໄດ້, ຈາກການທີ່ສະ ໜາມກິລານຳໃຊ້ໄຟຟ້າສີຂຽວຢ່າງທົ່ວເຖິງເປັນຄັ້ງທຳອິດຈົນຮອດເມືອງສົງຫຼີ ເຊິ່ງເປັນເມືອງນ້ອຍທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຍ້ອນກິລາຫິມະແລະນ້ຳກ້ອນ... ທັດສະນະການພັດທະນາໃໝ່ໄດ້ສ່ອງແສງໃຫ້ເຫັນຢ່າງຮອບດ້ານ ໃນວຽກງານກະກຽມແລະຈັດງານກິລາໂອລິມປິກລະດູໜາວປັກກິ່ງ.

ໃນຄຳໝັ້ນສັນຍາຂອງປະເທດໃຫຍ່ດັ່ງກ່າວນີ້ແມ່ນການມີສ່ວນຮ່ວມຂອງປະຊາຊົນນັບເປັນຮ້ອຍລ້ານຄົນຢ່າງເປັນຂະບວນຟົດຟື້ນ.

ນັບມາຮອດເດືອນຕຸລາປີ2021, ຢູ່ຈີນມີປະຊາຊົນ 346 ລ້ານຄົນໄດ້ເຂົ້າຮ່ວມກິລາຫິມະແລະນ້ຳກ້ອນ, ໃນໄລຍະຈັດງານກິລາໂອລິມ ປິກລະດູໜາວປັກກິ່ງ, ສະເພາະແຕ່ຢູ່ພາຍໃນປະເທດຈີນແມ່ນມີເຖິງ 600 ລ້ານຄົນໄດ້ເບິ່ງງານກິລາໂອລິມປິກະດູໜາວຜ່ານທາງໂທລະພາບ.

ງານກິລາໂອລິມປິກລະດູໜາວປັກກິ່ງເປັນງານມະຫາກຳກິລາສັງລວມລະດັບໂລກທີ່ຈັດຂຶ້ນເປັນຄັ້ງທຳອິດນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາ.

ໃນທຸກຂົງເຂດແລະທຸກຂອດເຊັ່ນ: ທີ່ພັກອາໄສ, ອາຫານການກິນ,ການ ປິ່ນປົວແລະອື່ນໆ ແມ່ນມີມາດຕະການທຸກຢ່າງໃນການປ້ອງກັນພະຍາດ ເພື່ອຮັບປະກັນຄວາມປອດໄພໃນການຈັດການແຂ່ງຂັນ, ການເຂົ້າຮ່ວມການ ແຂ່ງຂັນແລະຜູ້ຊົມການແຂ່ງຂັນຢ່າງເຕັມຄວາມສາມາດ. ເຊິ່ງໄດ້ກາຍເປັນ “ໜຶ່ງໃນສະຖານທີ່ຕ່າງໆທີ່ປອດໄພທີ່ສຸດໃນທົ່ວໂລກ” ດັ່ງທີ່ທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນໄດ້ເວົ້າມານັ້ນ.

ໃນຄຳໝັ້ນສັນຍາຂອງປະເທດໃຫຍ່ດັ່ງກ່າວນີ້, ມີວິໄສທັດອັນດີງາມທີ່ຮ່ວມ ກັນຜ່ານຜ່າຄວາມຫຍຸ້ງຍາກ.

ປີ2021ຜ່ານມານີ້, ຄຳຂວັນໂອລິມປິກໄດ້ຮັບການປັບປຸງໃໝ່ຄື: ຈາກຄຳຂວັນເດີມທີ່ວ່າ “ໄວກວ່າເກົ່າ, ສູງກວ່າເກົ່າ ເຂັ້ມແຂງກວ່າເກົ່າ” ໄດ້ເພີ່ມຄຳວ່າ “ມີຄວາມສາມັກຄີຫຼາຍກວ່າເກົ່າ” ເຊິ່ງໄດ້ອະທິບາຍເຖິງຄຸນຄ່າຍຸກສະໄໝຂອງນ້ຳໃຈໂອລິມປິກ.

ຫິມະແລະນ້ຳກ້ອນເປັນສື່ເພື່ອກ່າຍຂົວແຫ່ງການແລກປ່ຽນແລະຖອດ ຖອນບົດຮຽນເຊິ່ງກັນແລະກັນສຳລັບທົ່ວໂລກ. ນັກກິລາທີ່ມາຈາກ 91 ປະເທດແລະເຂດແຄວ້ນໃນໂລກເກືອບ 3.000 ຄົນໄດ້ເຕົ້າໂຮມກັນຢູ່ທີ່ນີ້ເພື່ອ ບັນເລັງດົນຕີກ່ຽວກັບຄວາມສາມັກຄີ, ມິດຕະພາບແລະຄວາມກ້າວໜ້າ.

“ກ້າວໄປສູ່ອະນາຄົດຮ່ວມກັນ” ເຊິ່ງເປັນສຽງຮຽກຮ້ອງທີ່ຈິງໃຈຂອງ ປະຊາຊົນຈີນ ທັງເປັນສຽງໃນໃຈຮ່ວມກັນຂອງປະຊາຊົນໂລກເຊັ່ນກັນ.