ສື່​ສັງ​ຄົມ​ອອນ​ລາຍ​ເວົ້າ​ເຖິງງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່ເຕັມ​ໄປ​ດ້ວຍ​ຄຳ​ທີ່​ວ່າ: “ຂອບ​ໃຈ”, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ “​ຄວາມສາ​ມັກ​ຄີ​​ກັນກວ່າ​ເກົ່າ” ຢ່າງ​ແທ້​ຈິງ

2022-02-22 18:06:42 |ມາຈາກ: CRI

ຫວ່າງ​ມໍ່​ໆ​ມາ​ນີ້, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸ​ດ​ລົງ​ຢ່າງ​ຈົບ​ງາມ, ການ​ແຂ່ງ​ຂັນ​​ກິ​ລາລະ​ດັບ​ສູງ​ທີ່​ທຳ​ລາຍ​ສິ​ຖິ​ຕິດໂລກ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ປະ​ທັບໃຈ, ບັນ​ຍາ​ກາ​​ດທີ່​​ຄຶກ​ຄື້ນແລະ​ນ້ຳ​ໃຈ​ມິດ​ຕະ​ພາບຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ອົບ​ອຸ່ນ​ໃຈ​ທີ່​ສຸດ.

ພາຍ​ຫຼັງ​ການ​ແຂ່ງ​ຂັນ​ສະ​ເກັດ​ຄວາມ​ໄວປະ​ເພດທີມ​ຍິງ​ສິ້ນ​ສຸດ​ລົງ, ນາງ​ມິ​ໂຮະ ຕາ​ກາ​ກິ ນັກ​ກິ​ລາ​ຍີ່​ປຸ່ນ​ກ່າວ​ວ່າ: “ຜູ້​ຊົມ​ປັກ​ກິ່ງ​ໄດ້​ໃຫ້​ກຳ​ລັງ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ຂ້ອຍ, ເຮັດ​ໃຫ້​ຂ້ອຍ​ມີ​ ແຮງ​ແລະ​ມີພະ​ລັງ​ກ້າວ​ໄປ​ໜ້າ​ຫຼາຍກວ່​າ​ເກົ່າ.”

ນາງ​ນິ​ນາ ໂອ ໄບ​ຮ​ອັນ ນັກ​ກິ​ລາ​ສະ​ກີ​ຫິ​ມະເທິງ​ພູ​ຈາກ​ອາ​ເມ​ຣິ​ກາ​ເຄີຍ​ລົ້ມ​ລົງ​ໃນ​ເວ​ລາ​ ​ແຂ່ງ​ຂັນ, ພະ​ນັກ​ງານ​​ແພດ​ໝໍ​ໃຊ້​ເວ​ລາ​ພຽງ 1 ນາ​ທີ​ເທົ່າ​ນັ້ນ​ກໍ​ສາ​ມາດ​ເຂົ້າ​ໄປ​ຊ່ວຍ​ເຫຼືອ​ແລະ​ປິ່ນ​ປົວ​ນາງ​​ທັນ​ທີ. ກ່ອນ​ຈະ​ເດີນ​ທາງ​​ກັບ​ຄືນ​ປະ​ເທດ​ຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ນາງ​ໂອ​ໄບ​ຮອັນ ໄດ້​ກ່າວ​ວ່າ: “ຂ້ອຍຂໍ​ຂອບ​ໃຈ​ອີກ​ຄັ້ງ​ໜຶ່ງ, ຂອບ​ໃຈ​ນຳ​ຄົນ​ທັງ​ຫຼາຍ​ທີ່​​ຊ່ວຍ​ເບິ່ງ​ແຍງດູ​ແລ​ຂ້ອຍ, ໂດຍ​ສະ​ເພາະ​ແມ່ນພະ​ນັກ​ງານ​ແພດ​ໝໍ​ພາກ​ສະ​ໜາມ​ທີ່​ຟ້າວ​ໄປ​ຫາ​ຂ້ອຍ​​ຢູ່​ຈຸດ​ທີ່​ຂ້ອຍ​ລົ້ມ​ລົງ, ນອກ​ນີ້​ຂ້ອຍ​ຂໍ​ສະ​ແດງ​ຂອບ​ໃຈ​​ຫຼາຍໆນຳ​ທ່ານ​ໝໍ​ແລະພະ​ຍາ​ບານ​ຂອງ​ເຂດ​ແຂ່ງ​ຂັນ​ຢຽນ​ຊິ້ງ.”

ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ້າວ​ເນເ​ຕິນ ຄ​ລຳ​ເຕິນ ຜູ້​ຈັບ​ຄັນ ຜູ້​ຍົກ​ທຸງ​ຊາດ​ຂອງ​ຄະ​ນະ​ນັກ​ກິ​ລາຊາ​ມົວ​ທີ່​ຂຶ້ນ​ກັບ​ອາ​ເມ​ຣິ​ກາ​ບໍ່ໄດ້​ໃສ່​ເສື້ອ​, ນັກ​ແຕ້ມ​ຮູບ​ຈີນ​ຜູ້​ໜຶ່ງ​ໄດ້​ແຕ້ມ​ຮູບ​ດັ່ງ​ກ່າວ​ເປັນ​ພິ​ເສດ. ຮູບ​ພາບ​ດັ່ງ​ກ່າວ​ທີ່​​ສະ​ກົດ​ສາຍ​ຕາ​ຖືກ​ໃຈ​ທ້າວ​ເນເ​ຕິນ ຄ​ລຳ​ເຕິນ​ທີ່​ສຸດ, ​ຈາກ​ນັ້ນ, ທ້າວ​ເນ​ເຕິນ ຄ​ລຳ​ເຕິນ​ໄດ້​ນຳ​ເອົາ​ຮູບ​ດັ່ງ​ກ່າວ​ຕິດ​ໃສ່​ລົດ​ແຂ່ງ​ຂັນ​ສະ​ເກັດ​ຂອງ​ຕົນ​.

ກ່ອນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ແຟນ​ຄ​ລັບຂອງ​ທ້າວ ຮັນ​ຢຸ ຢຸ​​ຊູ​ຣຸ ນັກ​ກິ​ລາ​ຍີ່​ປຸ່ນ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ຊົມ​ຊາວ​ຈີນ​ໃຫ້​ກຳ​ລັງ​ໃຈ​​ທ້າວ ຮັນ​ຢຸ ຢຸຊູຣຸ, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ວ່າ: “ບໍ່​ມີ​ບັນ​ຫາ, ພວກ​ເຮົາ​ຈະ​ເຮັດ​ເລື່ອງ​ນີ້​ໃຫ້​ດີ!”

“ທ່ານ​​ຈະ​ໝັ້ນ​ໃຈ​ກັບ​ຄົນ​ປັກ​ກິ່ງ​​ໄດ້ຈົນ​ເທົ່າ​ໃດໆ”, “ທ່ານ​ຈະ​ໝັ້ນ​ໃຈ​ກັບປະ​ຊາ​ຊົນ​ຈີນ​ໄດ້​ຈົນ​ເທົ່າ​ໃດໆ”, ​ພາບ​ສະ​ທ້ອນຂອງ​ສ​ອງ​ປະ​ໂຫຍກ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່​ສະ​ໜາມ​ກິ​ລາ​ທີ່​ດີ​ເດັ່ນ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ທັ​ນ​ສະ​ໄໝ, ການ​ແຂ່ງ​ຂັນ​ທີ່​ໜ້າ​​ເບິ່ງ​ໜ້າຊົມ​ແລະ​ການ​ບໍ​ລິ​ການ​ທີ່​ອົບ​ອຸ່ນ...... ທຸກ​ດ້ານ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ລ້ວນ​ແຕ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​​ຮູ້​ສຶກໄດ້​ເຖິງ​​ງານ​ມະ​ໂຫລານ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​ທີ່​ມີ​ລະ​ດັບ​ສູງ​ແລະ “ຢາກ​ຢູ່​ປະ​ເທດ​ຈີນ​ອີກ​ຕໍ່​ໄປ” ນີ້​ກໍ​ຄືສຽງ​ຈາກ​ໃຈ​ຈິງ​ຂອງ​ໝູ່​ເພື່ອນທັງ​ຫຼາຍ​​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ.

ວັນ​ທີ 20 ກຸມ​ພາ​ນີ້, ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ທີ 24 ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຈີນ. ທ່ານ​ໂທ​ມັ​ສ ບັກ​ສຸ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ແລະ​ກ່າວ​ປາ​ໄສວ່າ: “ຂ້າ​ພະ​ເຈົ້າ​ຂໍຂອບ​ໃຈ​ນຳ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ສ້າງໂອ​ກາດ​ແຫ່ງ​ສັນ​ຕິ​ພາບ, ຂໍ​ໃຫ້​​ແບບ​ຢ່າງ​ແຫ່ງຄວາມ​ສາ​ມັກ​ຄີ​ແລະ​ສັນ​ຕິ​ພາບ​ທີ່​ພວກ​ເຈົ້າ​​ສ້າງ​ຂຶ້ນ​ຈະ​ເປັນ​ການ​ຊຸກ​ຍູ້​ຜູ້​ນຳ​ການ​ເມືອງ​ຂອງ​ທົ່ວ​ໂລກ.” ​ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຄວາມ​ຊົມ​ເຊີຍ​ຕໍ່​ປະ​ຊາ​ຊົນ​ຈີນ​ແລະ​ອາ​ສາ​ສະ​ໝັກ​ທັງ​ຫຼາຍ​ທີ່​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ດ້ວຍ​ພາ​ສາ​ຈີນ 4 ຄັ້ງ.

ສື່​ສັງ​ຄົມ​ອອນ​ລາຍ​ໄດ້​ສືບ​ຕໍ່​​ໃຫ້​ຄວາມສົນ​ໃຈ​ນຳ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ​ນີ້​ແມ່ນ​ການ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ແລະ​ເຫັນ​ດີ​ນຳງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຈັດ​ຂຶ້ນ​ໄດ້​ຢ່າງ​ປອດ​ໄພ​ແລະ​ໜ້າ​ເບິ່ງ​ໜ້າ​ຊົມ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ດ້ວຍ​ໃນ​ຖ້ອຍ​ຄວາມ “ຂອບ​ໃຈ​ປະ​ເທດ​ຈີນ”, ໃນ​ຖາ​ນະ​ເປັນ​ງານ​ມະ​ໂຫລານກິ​ລາ​ທົ່ວ​ໂລກ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ​ພາຍ​ໃຕ້​​ສະ​ພາບ​ການ​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ໂລກ, ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຢ່າງ​ສະ​ດວກ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ມີ​ຄວາມ​ສາ​ມັກ​ຄີ​ກັນ, ​ມີ​ການ​ແຂ່ງ​ຂັນ​ກັນ​ແລະ​ອົບ​ອຸ່ນ, ແມ່ນ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ທົ່ວ​ໂລກ, ທັງ​ເປັນການສະ​ແດງ​ໃຫ້​ເຫັນ​ເຖິງ “​ຄວາມສາ​ມັກ​ຄີ​​ກັນ​ກວ່າ​ເກົ່າ” ຢ່າງ​ແທ້​ຈິງ.