ບ້ານ​ພັກ​ນັກ​ກິ​ລາ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຖືກ​ປັບ​ປ່ຽນ​ໃຫ້ເປັນ​ບ້ານ​ພັກ​ນັກ​ກິ​ລາ​​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ

2022-02-22 18:08:19 |ມາຈາກ: CRI

ວັນ​ທີ 21 ກຸມ​ພາ​ນີ້, ຫຼັງ​ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ບ້ານ​ພັກ​ນັກ​ກິ​ລາ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເລີ່ມ​ປັບ​ປ່ຽນຮູບ​ຊົງ​ຈາກງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຮູບ​ຊົງ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູ​ໜາວ ເຊິ່ງ​ລວມ​ທັງ​ເຄື່ອງ​ໝາຍ​ຂອງຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ, ກາ​ໝາຍ​ງານ​ກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ, ຮູບ​ສັດ​ນຳ​ໂຊກ​ສຸຍ​ຢົງ​ຢົງ, ຮູບ​ປະ​ເພດ​ກິ​ລາ ແລະ ອື່ນໆ.

ໂດຍ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ, ຢູ່​ພາຍ​ໃນ​ສະ​ໜາມ​ກາງ​ແຈ້ງ​ແລະ​ສະ​ໜາມ​ໃນ​ຮົ່ມ, ອີງ​ຕາມຫຼັກ​ການ​ແລ້ວ, ຮູບ​ຊົງ​ແລະ​ເຄື່ອງ​ໝາຍ​ທົ່ວ​ໄປ​ຈະ​ບໍ່​ປ່ຽນ​ແປງ, ຕົ້ນ​ຕໍ​ຈະ​ປັບ​ປ່ຽນ​ຮູບ​ຊົງ​ແລະ​​ເຄື່ອງ​ໝາຍ​ພິ​ເສດ​ຂອງ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃຫ້​ເປັນ​ແບບ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ພ້ອມ​ທັງ​ເພີ່ມ​ເຄື່ອງ​ໝາຍ​ນຳທາງທີ່​ຈຳ​ເປັນ​ສຳ​ລັບ​ຄົນ​ຕາ​ບອດ ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ. ຄາດ​ວ່າ, ວຽກ​ງານ​ດັ່ງ​ກ່າວ​ຈະ​ໃຫ້​ສຳ​ເລັດ​ກ່ອນເວ​ລາ 14 ໂມງ​ຂອງວັນ​ທີ 24 ກຸມ​ພາ​ນີ້.