ສະ​ຖາ​ນີ​ຫຼວງ​ພະ​ບາງ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ເປີດ​​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າໃນ​ໄວໆ​ນີ້

2022-02-22 18:09:09 |ມາຈາກ: CRI

ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ປັດ​ຈຸ​ບັນ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​​ເຂດ​ລຽບຕາມ​ທາງ​ລົດ​ໄຟ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຕົກ​ລົງ​ຈະ​ເປີດ​ການ​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ສະ​ຖາ​ນີຫຼວງ​ພະ​ບາງ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 22 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ, ສະ​ຖາ​ນີຫຼວງ​ພະ​ບາງ​ຈະ​ກາຍ​ເປັນ​ສະ​ຖາ​ນີ​ແຫ່ງ​ທີ 4 ທີ່​ໄດ້​ເປີດ​ການ​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ ເຊິ່ງ​​ຖັດຈາກ​ສະ​ຖາ​ນີ​ວຽງ​ຈັນ​ໃຕ້, ສະ​ຖາ​ນີ​ນາ​ເຕີຍ ແລະ ສະ​ຖາ​ນີ​ວັງ​ວຽງ.

ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ລູກ​ຄ້າ​ໃນ​ການ​ເຮັດ​ທຸ​ລະ​ກິດ​ດ້ານ​ການຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ, ສະ​ຖາ​ນີຫຼວງ​ພະ​ບາງ​ພວມ​ສ້າງ​ລະ​ບົບ​ທາງ​ລົດ​ໄຟ​ແລະ​ດ່ານ​ພາ​ສີ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຍົກ​ສູງປະ​ສິດ​ທິ​ພາບ​ໃນ​ການກວດ​ກາ​ສິນ​ຄ້າ ແລະ ຫຼຸດ​ເວ​ລາ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​ໜ້ອຍ​ລົງ. ໃນ​ຖາ​ນະ​ເປັນ​ສະ​ຖາ​ນີ​ສຳ​ຄັນ​ຢູ່​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ, ການ​ເປີດ​​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ​ຕາມ​ສະ​ຖາ​ນີຫຼວງ​ພະ​ບາງ​ ຈະຫຼຸດ​ເວ​ລາ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ແປ້ງ​ມັນ​ຕົ້ນ ແລະ ແຮ່ເຫຼັກ​ໄປ​ສູ່​ປະ​ເທດ​ຈີນ​ໃຫ້​ໜ້ອຍ​ລົງ, ການ​ຂົນ​ສົ່ງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ລາວ​ກໍ​ຈະ​ມີ​ຄວາມ​ຊີ​ວິດ​ຊີ​ວາກວ່າ​ເກົ່າ.