ຈີນ​ຫວັງ​ໃຫ້​ອາ​ເມ​ຣິ​ກາ​ສາ​ມາດ​ຮ່ວມ​​ກັນກັບ​ຈີນ​ຖອດ​ຖອນ​ບົດ​ຮຽນ​ແລະ​ສະ​ຕິ​ປັນ​ຍາ​ຈາກ​ປະ​ຫວັດ​ສາດ​ໃນ​ຮອບ 50 ປີ​ຜ່ານ​ມາ

2022-02-22 18:11:06 |ມາຈາກ: CRI

ວັນ​ທີ 21 ກຸມ​ພາ​ນີ້​ກົງ​ກັບ​ວັນ​ລະ​ນຶກ​ວັນ​ທີ່​ທ່ານ​ນິກ​ສັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຢ້ຽມ​ຢາມ​​ປະ​ເທດຈີນ​ຄົບ​ຮອບ 50 ປີ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​​ດຽວ​ກັນ, ທ່ານ​ວາງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: 50 ປີ​ກ່​ອນ, ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ​ນິກ​ສັນ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມປະ​ເທດ​ຈີນ, ຖະ​ແຫຼງ​ການ​ຊຽງ​ໄຮ້​ທີ່​ເຜີຍ​ແຜ່​ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ໄດ້​ຢືນ​ຢັນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ພ້ອມ​ທັງ​ຫຼັກ​ການ​ອື່ນໆ ຄື: ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ, ບໍ່​ຮຸກ​ຮານ​ປະ​ເທດ​ອື່ນ, ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ​ເຊິ່ງ​ໄດ້​ກາຍ​ເປັນ​ພື້ນ​ຖານ​​ທາງການ​ເມືອງ​​ຂອງ​ການ​ເຮັດ​ໃຫ້ສາຍ​ພົວ​ພັນ​ຈີນ-ອ​າ​ເມ​ຣິ​ກາ​ເປັນ​ປົກ​ກະ​ຕິ ແລະ ​ການ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ວາງ​ເວີນ​ປິ່ນ​ກ່າວ​ຕື່ມ​ວ່າ: ສອງ​ປະ​ເທດ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ເປັນ​ສິ່ງ​ທີ່ຫຼີກ​ລ້ຽງ​ບໍ່​ໄດ້, ສຳ​ຄັນ​ແມ່ນ​ຄວນ​ຜ່ານ​ຈາກ​ການ​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນ​ນຳ​ກັນຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ບັງ​ເກີດ​ຜົນ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ມີ​ການ​ຕັດ​ສິນ​ໃຈ​ທາງ​ຍຸດ​ທະ​ສາດ​ທີ່​ຜິດ​ພາດ ແລະ ຫຼີກ​ເວັ້ນ​ການ​ປະ​ທະ​ກັນ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ. ຈີນ​ຫວັງ​ວ່າ, ອາ​ເມ​ຣິ​ກາ​​ຈະສາ​ມາດ​ຮ່ວມ​​ກັນກັບ​ຝ່າຍ​ຈີນ, ຖອດ​ຖອນ​ບົດ​ຮຽນ​ແລະ​ສະ​ຕິ​ປັນ​ຍາ​ຈາກ​ປະ​ຫວັດ​ສາດ​ໃນ​ຮອບ 50 ປີ​ຜ່ານ​ມາ, ​ສືບ​ທອດ​ແລະສົ່ງ​ເສີມ​ຈິດ​ໃຈ​​ຂອງຖະ​ແຫຼງ​ການ​​ຊຽງ​ໄຮ້, ຮ່ວມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ໃຫ້​ກັບ​ຄືນ​ສູ່​​ທິດ​ທາງ​ການ​ພັດ​ທະ​ນາ​ທີ່​ປອດ​ໃສ ແລະ ໝັ້ນ​ທ່ຽງ.