ເປີດເຜີຍວິດີໂອໂຄສະນາກ່ຽວກັບການກະກຽມງານກິລາໂອລິມປີກຄົນພິການລະດູໜາວປັກກິ່ງ 2022

2022-02-23 16:11:36 |ມາຈາກ: CRI

ຍັງ​ອີກ​ບໍ່​ຮອດ 10 ວັນ, ງານ​ກິ​ລາ​ໂອ​ລິມ​ປີກ​​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ໄຂ​ຂຶ້ນ​ຕາມ​ແຜນ​ການ​ທີ່​ກຳ​ນົດ​ໄວ້. ຕອນ​ຄ່ຳ​ຂອງວັນ​ທີ 22 ກຸມ​ພາ​ນີ້, ສະ​ຫະ​ພັນ​ຄົນ​ພິ​ການ​ແຫ່ງ​ປະ​ເທດ​ຈີນ​ໄດ້​ເປີດ​ເຜີຍ​ວິ​ດີ​ໂອ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປີກ​​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ 2022.

ເພື່ອ​ກະ​ຕຸ້ນ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ຄົນ​ພິ​ການ​ທັງຫຼາຍ​​ໃຫ້ເຂົ້າ​ຮ່ວມ​ກິ​ລາ​ລະ​ດູ​ໜາວ ແລະ​ຊຸກ​ຍູ້​ແຜນ​ການ“ປະ​ຊາ​ຊົນ 300 ລ້ານ​ຄົນ​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ”, ສະ​ຫະ​ພັ​ນ​ຄົນ​ພິ​ການແຫ່ງ​ປະ​ເທດ​ຈີນ​ໄດ້​ຈັດ “ກິດ​ຈະ​ກຳ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ​ສຳ​ລັບ​ຄົນ​ພິ​ການ” ​ມາເປັນ​ເວ​ລາ 6 ປີ​ລຽນ​ຕິດ​ແລ້ວ ເຊິ່ງ​ໄດ້​ມີ​ບົດ​ບາດ​ອັນ​​ໃຫຍ່ຫຼວງ ແລະ​ຍາວ​ໄກ​ ເພື່ອ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ເຂົ້າ​ເຖິງ​ກິດ​ຈະ​ກຳ​ກິ​ລາ ແລະ​ການ​ພັດ​ທະ​ນາ​​ກິ​ລາ​ລະ​ດູ​ໜາວ. ໃນ​ຄັ້ງ​ທຳ​ອິດ​ຂອງ​ກິດ​ຈະ​ກຳ​ດັ່ງ​ກ່າວ ມີ​ແຕ່ 14 ແຂວງ, ເຂດ ແລະ​ກຳ​ແພງ​ນະ​ຄອນ​ຂອງ​ຈີນ​ເທົ່າ​ນັ້ນເຂົ້າ​ຮ່ວມ, ມາ​ຮອດ​ປັດ​ຈຸ​ບັນ, ​ມີ​ຄົນ​ພິ​ການ​ຂອງ 31 ແຂວງ, ເຂດ ແລະ​ກຳ​ແພງ​ນະ​ຄອນ​ຂອງ​ຈີນໄດ້​ເຂົ້າ​ຮ່ວ​ມ ເຊິ່ງ​ໄດ້ກວມ​ເອົາ​ທົ່ວ​ປະ​ເທດ​ຈີນ​ໂດຍ​ພື້ນ​ຖານ.