ເປີດເຜີຍເອກະສານເລກ 1 ຂັ້ນສູນກາງປະຈຳປີ 2022 ໂດຍໄດ້ສະເໜີ ອອກວຽກງານຈຸດສູມກ່ຽວກັບການຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບ ດ້ານ

2022-02-23 16:19:53 |ມາຈາກ: CRI

ວັນທີ 22 ກຸມພານີ້ໄດ້ເປີດເຜີຍເອກະສານ"ຄວາມເຫັນຂອງສູນກາງ ພັກກອມມູນິດຈີນແລະຄະນະລັດຖະບານຈີນວ່າດ້ວຍການເຮັດວຽກງານຈຸດສູມ ກ່ຽວກັບການຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໃຫ້ດີປະຈຳປິ 2022".ນີ້ແມ່ນເອກະສານເລກ 1 ສະບັບທີ 19 ທີ່ຊີ້ນຳວຽກງານ ຊົນນະບົດ ກະສິກຳແລະຊາວກະສິກອນນັບແຕ່ສະຕະວັດໃໝ່ມານີ້.

ເອກະສານເລກ 1 ຂັ້ນສູນກາງປະຈຳປີນີ້ໄດ້ດຳເນີນການຈັດສັນຕໍ່ວຽກງານ ຈຸດສູມກ່ຽວກັບການຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານປະຈຳປີ 2022.ປັດຈຸບັນ,ການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບ 100 ປີບວກກັບ ການແຜ່ລະບາດຂອງພະຍາດໂຄວິດ-19,ສະພາບແວດລ້ອມພາຍນອກຍິ່ງ ສັບສົນຂຶ້ນແລະບໍ່ແນ່ນອນ,ເນື້ອໃນເອກະສານໄດ້ເນັ້ນໜັກວ່າ:ຕ້ອງຍຶດໝັ້ນການ ສະແຫວງຫາການເຕີບໂຕໃນທ່າມກາງຄວາມໝັ້ນທ່ຽງ,ຮັດແໜ້ນພື້ນຖານ ກະສິກຳ,ເຮັດວຽກງານຊົນນະບົດ ກະສິກຳແລະຊາວກະສິກອນໃຫ້ດີ,ຮັບປະກັນ ໃຫ້ກະສິກຳໄດ້ຮັບຜົນເກັບກ່ຽວຢ່າງໝັ້ນທ່ຽງແລະມີການເພີ່ມຂຶ້ນ,ເຮັດໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ,ຊົນນະບົດມີຄວາມໝັ້ນຄົງແລະສະຫງົບ ສຸກ, ເພື່ອອຳນວຍການຄ້ຳປະກັນທີ່ໜັກແໜ້ນແຂງແຮງໃຫ້ແກ່ການຮັກສາ ສະພາບແວດລ້ອມເສດຖະກິດທີ່ໝັ້ນທ່ຽງປອດໃສແລະສະພາບແວດລ້ອມສັງຄົມທີ່ໝັ້ນຄົງສະຫງົບສຸກ.

ການຮັບປະກັນການສະໜອງຜະລິດຕະພັນເບື້ອງຕົ້ນໃຫ້ດີແມ່ນບັນຫາທີ່ມີ ຄວາມສຳຄັນທາງດ້ານຍຸດທະສາດ.ເອກະສານເລກ 1 ຂັ້ນສູນກາງປະຈຳປີນີ້ໄດ້ ຈັດເອົາວຽກງານການຜະລິດສະບຽງອາຫານແລະການສະໜອງຜະລິດຕະພັນກະສິກຳທີ່ສຳຄັນໃຫ້ດີໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ,ໂດຍມີຈຸດປະສົງເພື່ອເຮັດໃຫ້ ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນຈີນ 1 ຕື້ 400 ລ້ານກວ່າຄົນມີຄວາມໝັ້ນຄົງກວ່າເກົ່າໂດຍຢູ່ໃນຖ້ວຍເຂົ້ານັ້ນຕົ້ນຕໍແມ່ນໃສ່ອາ ຫານຈີນ,ຈຸດສູມແມ່ນເຮັດວຽກໃນ 3 ດ້ານຄື:ເຮັດໃຫ້ຜົນຜະລິດມີຄວາມໝັ້ນ ທ່ຽງ,ປັບປຸງອົງປະກອບແລະການຮັກສາດິນປູກຝັງໃຫ້ດີ.

ນອກນີ້,ເອກະສານເລກ 1 ຂັ້ນສູນກາງປະຈຳປີນີ້ຍັງລະບຸໄວ້ວ່າ:ຕ້ອງ ນຳໃຊ້ຫຼາຍມາດຕະການພ້ອມກັນເພື່ອບໍ່ໃຫ້ເກີດມີການກັບຄືນມາທຸກຍາກຄືນໃໝ່ຢ່າງຂະໜາດໃຫຍ່.ຮັດແໜ້ນແລະຂະຫຍາຍຜົນການແກ້ໄຂບັນຫາຄວາມທຸກ ຍາກແມ່ນເງື່ອນໄຂເບື້ອງຕົ້ນ.ໃນຂະນະດຽວກັນ,ຕ້ອງຊຸກຍູ້ໃຫ້ປະຊາກອນ ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກສືບຕໍ່ມີລາຍໄດ້ເພິ່ມຂຶ້ນຢ່າງໝັ້ນທ່ຽງ,ອາໄສ ການພັດທະນາໃຫ້ຫຼາຍກວ່າເກົ່າເພື່ອຕັ້ງໜ້າຮັດແໜ້ນແລະຂະຫຍາຍຜົນການແກ້ໄຂບັນຫາຄວາມທຸກຍາກ.ຜ່ານການຊັກນຳອຸດສາຫະກຳເພື່ອຍົກສູງລາຍຮັບ ລັກສະນະທຸລະກິດຂອງຄອບຄົວປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ,ຊຸກຍູ້ໃຫ້ແຮງງານທີ່ຫຼຸດພົ້ນອອກຈາກຄວາມທຸກຍາກມີວຽກເຮັດງານທຳ,ຮັບປະ ກັນໃຫ້ການປະກອບອາຊີບຂອງແຮງງານທີ່ຫຼຸດພົ້ນອອກຈາກຄວາມທຸກຍາກມີຂະໜາດທີ່ໝັ້ນທ່ຽງ.

ພາຍຫຼັງຈຸດສູມວຽກງານຊົນນະບົດ ກະສິກຳແລະຊາວກະສິກອນມີການ ເຄື່ອນຍ້າຍຄັ້ງປະຫວັດສາດແລ້ວ,ວຽກງານຊົນນະບົດ ກະສິກຳແລະຊາວ ກະສິກອນຂອງປະເທດຈີນໃນຍຸກໃໝ່ກໍ່ແມ່ນຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໂດຍຈະຊຸກຍູ້ທຸກໜ້າວຽກຈຸດສູມຢ່າງໜັກແໜ້ນແລະມີລະບຽບ,ຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໃຫ້ໄດ້ຮັບຄວາມຄືບໜ້າໃໝ່,ການສ້າງກະສິກຳແລະຊົນນະບົດທີ່ທັນສະໄໝໃຫ້ໄດ້ຢ່ວງບາດກ້າວໃໝ່.