ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ພາ​ຄີ RCEP ຢ່າງ​ເປັນ​ທາງ​ການ​ແລ້ວ

2022-02-24 17:16:56 |ມາຈາກ: CRI

ວັນ​ທີ 21 ກຸມ​ພາ​ນີ້, ທ່ານ​ລູ​ຊື​ສົງ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​​ຂອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ຄັ້ງ​ໜຶ່ງ ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ອຳ​ນາດ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ເຂົ້າ​ເປັນ​ພາ​ຄີ ​ຂອງສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ຢ່າງ​ເປັນ​ທາງ​ການ​ໃນ​ກາງ​ເດືອນ​ມັງ​ກອນ​ຜ່ານ​ມາ​ນີ້ ແລະ ຈະ​ເຂົ້າ​ເປັນ​ພາ​ຄີ RCEP ຫຼັງ​ຈາກ​ນັ້ນ​ປະ​ມານ 18 ເດືອນ.

ທ່ານ​ລູ​ຊື​ສົງ​ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຮົງ​ກົງ​ກັບ​ກຸ່ມ​ເສດ​ຖະ​ກິດ​ຕ່າງໆໃນ RCEP ໄດ້​ບັນ​ລຸ​ເຖິງ 962,6 ຕື້​ໂດ​ລາ​ສະ​ຫະ​ລັດ, ຍອດ​ມູນ​ຄ່າ​ການ​ບໍ​ລິ​ການ​ໄດ້​ບັນ​ລຸ​ເຖິງ 103 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເທົ່າ​ກັບ 60% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຮົງ​ກົງ. ການ​ເຂົ້າ​ເປັນ​ພາ​ຄີ RCEP ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອ​ງ​ຮົງ​ກົງ​ເທົ່າ​ນັ້ນ, ​ຍັງຈະ​ນຳ​ເອົາ​ໂອ​ກາດ​ດ້ານການ​ຄ້າ​ມາ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ຮົງ​ກົງ​ອີ​ກ​ດ້ວຍ.

ກ່ອນ​ໜ້າ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ກໍ​ໄດ້​ກ່າວ​ຢ່າງ​ຈະ​ແຈ້​ງວ່າ: ຈະ​ສະ​ໜັບ​ສະ​ໜູນ​ຮົງ​ກົງ​ເຂົ້າ​ເປັນ​ພາ​ຄີ RCEP ແລະ ຫວັງ​ວ່າ: ຮົງ​ກົງ​​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ​​ຈາກ RCEP ທີ່​ເປັນ​ເຂດ​ການ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ໃນ​ໂລກ.