ວັນທີ 22 ກຸມພານີ້, ສຳນັກຂ່າວສານສະປຸດຍິກຂອງຣັດເຊຍໄດ້ລາຍງານວ່າ: ຕາມຜົນການສຳຫຼວດຈາກບໍລິສັດໂທລະຄົມເມກາຟອນ (MegaFon) ຂອງຣັດເຊຍ ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຊົມງານກິລາໂອລິມປິກລະດູໜາວປັກກິ່ງຢູ່ຣັດເຊຍມີຫຼາຍກວ່າຈຳນວນຜູ້ຊົມລາຍການໂທລະພາບປະເພດອື່ນຂອງຣັດເຊຍເຖິງ 4 ເທົ່າ. ໃນນັ້ນ, ກິລາຮອກກີ້ນ້ຳກ້ອນໄດ້ກາຍເປັນລາຍການກິລາທີ່ມີຈຳນວນຜູ້ຊົມຫຼາຍທີ່ສຸດຢູ່ຣັດເຊຍ.
ຕາມຂ່າວລາຍງານວ່າ: ບໍລິສັດເມກາຟອນ ໄດ້ປະເມີນອັດຕາການຮັບຊົມ ລາຍການກິລາຢູ່ຊ່ອງໂທລະພາບຣັດເຊຍໃນເດືອນກຸມພາປີ 2022 ແລະໄດ້ຜົນສຳຫຼວດ ກໍຄືຕົວເລກຂໍ້ມູນດັ່ງກ່າວ. ງານກິລາໂອລິມປິກລະດູໜາວເປັນງານກິລາທີ່ສຳຄັນສຳລັບຊາວຣັດເຊຍ, ຈຳນວນຜູ້ຊົມພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງຢູ່ຣັດເຊຍ ແມ່ນຫຼາຍກວ່າ 25% ຂອງຈຳນວນຜູ້ຊົມພິທີໄຂງານກິລາໂອລິມປິກໂຕກຽວ.
ຜົນການສຳຫຼວດຍັງໄດ້ສະແດງໃຫ້ເຫັນວ່າ: ອັດຕາການຮັບຊົມກິລາຮອກກີ້ນ້ຳກ້ອນໄດ້ກວມເອົາ 25% ຂອງອັດຕາການຮັບຊົມລາຍການໂທລະພາບທັງໝົດ, ສະເກັດລີລາເທິງນ້ຳກ້ອນຢູ່ອັບດັບທີສອງ ເຊິ່ງກວມເອົາ 14%, ການແຂ່ງຂັນກິລາຫິມະສອງປະເພດລວມກັນ ຫລື ໄບແອດລອນ ຢູ່ອັນດັບທີ 3 ເຊິ່ງກວມເອົາ 10%.