ຈີນ-ລາວ-ມຽນມາ-ໄທໄດ້ປະຕິບັດກົດໝາຍ ແລະລາດຕາເວນຮ່ວມຢູ່ເຂດລ້ອງແມ່ນ້ຳຂອງຄັ້ງທີ 114

2022-02-24 17:24:17 |ມາຈາກ: CRI

ວັນ​ທີ 22 ກຸມ​ພາ​ນີ້, ​ການ​ປະ​ຕິ​ບັດ​ກົດ​ໝາຍ​ ແລະ​ລາດ​ຕາ​ເວນຮ່ວມ​​​ຢູ່​ເຂດ​ລ້ອງແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ-ລາວ-ມຽນ​ມາ-ໄທ​ຄັ້ງ​ທີ 114 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ໃນ​ການ​ລາດ​ຕ​າ​ເວນ​ຄັ້ງ​ນີ້, ຈີນ, ລາວ, ມຽນ​ມາ ແລະ​ໄທ ​ໄດ້​ນຳ​ໃຊ້​ເຮືອ​ປະ​ຕິ​ບັດ​ກົດ​ໝາຍ 5 ລຳ, ​ຮ່ວມ​ກັນດຳ​ເນີນ​ການ​​ປະ​ຕິ​ບັດ​ກົດ​ໝາຍ ແລະ​ລາດ​ຕາ​ເວນຢູ່​ຕາມ​​ລ້ອງແມ່​ນ້ຳ​ຂອງ ແລະ​ເຂດ​ນ້ຳ​ທີ່​ສຳ​ຄັນ, ຄາດ​ວ່າ​ຈະ​ໃຊ້​ເວ​ລາ 4 ວັນ 3 ຄືນ ແລະ​​ມີໄລ​ຍະ​ທາງ​ການ​ເດີນ​ເຮືອ​ເຖິງ 600 ກວ່າ​ກິ​ໂລ​ແມັດ.

ໃນ​ປີ 2021, ພ​າກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ, ລາວ, ມຽນ​ມາ ແລະ​ໄທ ໄດ້​​ຮ່ວມ​ກັນປະ​ຕິ​ບັດ​ການ​ເຄື່ອນ​ໄຫ​ວ​ຮ້ອຍ​ວັນ​ເພື່ອ “​ປາບ​ປາມຢາ​ເສບ​ຕິດ” ແລະ​ການ​ເຄື່ອນ​ໄຫວ​ທັບ​ມ້າງ​ຄະ​ດີ​ຂ້າມ​ຊາຍ​ແດນ​ຢູ່​ລ້ອງ​ແມ່​ນ້ຳ​ຂອງ ໂດຍ​ໄດ້​ມ້າງ​ຄະ​ດີ​ປະ​ເພດ​ຕ່າງໆ​ຢູ່​ເຂດ​ຊາຍ​ແດນ​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ຈຳ​ນວນ 8.325 ຄະ​ດີ, ຈັບ​ ​ຜູ້​ຕ້ອງ​ຫາ​​ໃນ​ຄະ​ດີ​ຕ່າງໆ​​ໄດ້ 8.043 ຄົ​ນ, ຍຶດ​​ຢາ​ເສບ​ຕິດ​ໄດ້ 34,43 ໂຕນ ແລະ​ປືນ 11 ​ກະ​ບອກ ເຊິ່ງ​ໄດ້​ເປັນ​ການ​​ນາບ​ຂູ່ ແລະສະ​ກັດ​ກັ້ນການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ ແລະ​ການ​ກໍ່​ຄະ​ດີ​ປະ​ເພດ​ຕ່າງໆ​ຢູ່​ຕາມເຂດ​ລ້ອງ​ແມ່​ນ້ຳ​ຂອງ.