ເພີ່ມທະວີການກໍ່ສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດເພື່ອການສ້າງຊົນນະບົດໃຫ້ຈະເລີນ

2022-02-25 14:07:33 |ມາຈາກ: CRI

ການສ້າງຊົນນະບົດໃຫ້ຈະເລີນ,ຂໍກະແຈສຳຄັນແມ່ນຜູ້ມີຄວາມຮູ້ຄວາມສາມາດ. ຫວ່າງມໍ່ໆນີ້,ສູນກາງພັກກອມມູນິດຈີນແລະຄະນະລັດຖະບານຈີນໄດ້ເຜີຍແຜ່ ເອກະສານ "ຄວາມເຫັນວ່າດ້ວຍການຊຸກຍູ້ວຽກງານຈຸດສູມກ່ຽວກັບການສ້າງ ຊົນນະບົດໃຫ້ຈະເລີນຢ່າງຮອບດ້ານປະຈຳປີ 2022"ໂດຍໄດ້ຊີ້ໃຫ້ເຫັນວ່າ, ຕ້ອງເພີ່ມທະວີການກໍ່ສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດເພື່ອການສ້າງຊົນ ນະບົດໃຫ້ຈະເລີນ,ປາກົດເຫັນແລະບຸງລຸງສ້າງພ້ອມທັງນຳໃຊ້ນັກວິທະຍາສາດ ດ້ານຍຸດທະສາດໃນຂົງເຂດກະສິກຳ.

ການກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດຢູ່ຊົນນະບົດແມ່ນເງື່ອນໄຂເບື້ອງຕົ້ນທີ່ ສຳຄັນແຫ່ງການສ້າງຊົນນະບົດໃຫ້ຈະເລີນ.ຕ້ອງບຳລຸງສ້າງຜູ້ມີຄວາມຮູ້ຄວາມ ສາມາດທີ່ດີເລີດດ້ວຍເວທີທີ່ດີກວ່າເກົ່າ,ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ດີ ດ້ວຍກົນໄກທີ່ຄ່ອງແຄ້ວກວ່າເກົ່າ,ເຮັດໃຫ້ຜູ້ມີຄວາມຮູ້ຄວາມສາມາດເສີມ ຂະຫຍາຍຄວາມສາມາດເຂົ້າໃນການສ້າງຊົນນະບົດໃຫ້ຈະເລີນ,ຈຶ່ງສາມາດ ປະກອບສ່ວນສະຕິປັນຍາແລະພະລັງແຮງເຂົ້າໃນການຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ,ເລັ່ງລັດຊຸກຍູ້ການສ້າງກະສິກຳແລະຊົນນະບົດໃຫ້ທັນສະໄໝ,ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃຫ້ ຫຼາຍທີ່ສຸດແລະຄວາມສາມັກຄີທີ່ເຂັ້ມແຂງ.

ໃນນັ້ນ,ການຊຸກຍູ້ການສ້າງຜູ້ມີຄວາມຮູ້ຄວາມສາມາດ,ຕ້ອງເປີດກວ້າງຊ່ອງ ທາງ,ນຳເຂົ້າຜູ້ມີຄວາມຮູ້ຄວາມສາມາດ.ເພີ່ມການໂຄສະນາຜົນການກໍ່ສ້າງຊົນນະບົດແບບໃໝ່,ປ່ຽນແປງ “ພາບພົດດັ້ງເດີມ”ຂອງຄົນທັງຫຼາຍທີ່ມີຕໍ່ຊົນນະບົດ.

ປະດິດສ້າງແບບວິທີນຳເຂົ້າຜູ້ມີຄວາມຮູ້ຄວາມສາມາດ,ດຶງດູດຜູ້ມີຄວາມຮູ້ຄວາມ ສາມາດຫຼາຍກວ່າເກົ່າເຂົ້າໃນດ້ານກະສິກຳທີ່ທັນສະໄໝ,ຄັດເລືອກແລະນຳໃຊ້ຜູ້ມີ ຄວາມຮູ້ຄວາມສາມາດທີ່ສາມາດປັບຕົວເຂົ້າກັບຄວາມຕ້ອງການໃນຂົງເຂດທີ່ເປັນຂໍກະແຈ ຂອດສຳຄັນແລະຕຳແໜ່ງສຳຄັນ,ພ້ອມທັງມີຄຸນສົມບັດແລະຄວາມ ສາມາດເທົ່າທີ່ຄວນ,ສາມາດເສີມຂະຫຍາຍບົດບາດເຮັດວຽກສ້າງຜົນງານເພື່ອ ພາລະກິດສ້າງຊົນນະບົດໃຫ້ຈະເລີນ.

ສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ດີເລີດດ້ວຍເວທີທີ່ດີກວ່າເກົ່າ.ປິ່ນອ້ອມ ຄວາມຕ້ອງການແຫ່ງການພັດທະນາອຸດສາຫະກຳທ່າແຮງທີ່ມີເອກະລັກພິເສດ,ດຳເນີນການແບ່ງປະເພດໃນການຄຸ້ມຄອງແລະການກຳນົດເປົ້າໝາຍເພື່ອບຳລຸງ ສ້າງຕໍ່ຜູ້ທີ່ມີຄວາມຮູ້ຄວາມສາມາດ,ຜ່ານການບໍລິການແບບອາສາສະໝັກ ການສຶກສາອົບຮົມແລະວິທີອື່ນໆ,ຄັດເລືອກຜູ້ມີຄວາມຮູ້ຄວາມສາມາດທີ່ດີເດັ່ນ ຈາກຂົງເຂດກະສິກຳ ການສຶກສາ ສາທາລະນະສຸກ ວິທະຍາສາດເຕັກໂນ ໂລຊີແລະອື່ນໆເພື່ອປະກອບເປັນ “ທີມງານບໍລິການຂອງຜູ້ມີຄວາມຮູ້ຄວາມ ສາມາດ” ເພື່ອລົງເຮັດວຽກຢູ່ຊົນນະບົດ.

ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ດີດ້ວຍກົນໄກທີ່ຄ່ອງແຄ້ວກວ່າເກົ່າ.ຕ້ອງ ປັບປຸງກົນໄກປາກົດເຫັນຜູ້ມີຄວາມຮູ້ຄວາມສາມາດຢ່າງບໍ່ຢຸດຢັ້ງ,ອີງຕາມຄວາມ ສາມາດພິເສດດ້ານວິຊາສະເພາະ ຄວາມມັກຮັກແລະອື່ນໆຂອງຜູ້ມີຄວາມ ຮູ້ຄວາມສາມາດທີ່ຕ່າງກັນ,ເພື່ອສ້າງເວທີປະເພດຕ່າງໆໃຫ້ແກ່ເຂົາເຈົ້າເຮັດວຽກຢູ່ຂັ້ນຮາກຖານ,ເຮັດໃຫ້ການພັດທະນາຂອງຂັ້ນຮາກຖານໄດ້ຮັບເອົາຜູ້ມີຄວາມຮູ້ ຄວາມສາມາດທີ່ຕ້ອງການທີ່ສຸດແລະຜູ້ມີຄວາມຮູ້ຄວາມສາມາດຊອກພົບເຫັນເວທີທີ່ເໝາະສົມທີ່ສຸດ.