ກ່ຽວ​ກັ​ບ​ເລື່ອງ​ທີ່ “ການປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ”, ອາ​ເມ​ຣິ​ກາ​ຄວນ​ຮຽນ​ນຳ​ປະ​ເທດ​ອື່ນ

2022-02-25 14:12:46 |ມາຈາກ: CRI

ວັນ​ທີ 16 ກຸມ​ພາ​ນີ້, ທ່ານ​ເອ​ຣິກ ບົດ​ເຊີ ສະ​ມາ​ຊິກ​ສະ​ກ​ພາ​ນິວຢອກ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້ update ວິ​ດີ​ໂອ​ຕອນ​ໜຶ່ງ​ຢູ່ສື່​ສັງ​ຄົມ​ອອນ​ລາຍ twitter, ໃນ​ວິ​ດີ​ໂອ​ດັ່ງ​ກ່າວ, ທ່ານ​ໄດ້​ຂີ່​ລົດ​ສາມ​ລໍ້​ຄັນ​ໜຶ່ງ​ຂອງບໍ​ລິ​ສັດ​ສົ່ງ​ເຄື່ອນ​ດ່ວນ​ອາ​ເມ​ຣິ​ກາ​ UPS, ທັງ​ໄດ້​ແນະ​ນຳ​ລົດ​ສາມ​ລໍ້​ດັ່ງ​ກ່າວ​ດ້ວຍ​ຄວາມ​ພາ​ກ​ພຸມ​ໃຈ​ວ່າ: “ນີ້​ແມ່ນ​ອະ​ນາ​ຄົດ​ແຫ່ງ​ການ​ສົ່ງ​ເຄື່ອນ​ດ່ວນ​ຂອງ​ນິວຢອກ.”

ແຕ່​ວ່າ​ຊາວ​ເນັດ​ອາ​ເມ​ຣິ​ກາ​ພັດ​ຮູ້​ສຶກ​ລາວ​ໂງ່​ຫຼາຍແລະ​ຂຽນ​ວ່າ: “ເຄື່ອງ​ທີ່​ຈີນ​ໄດ້​ໃຊ້​ຫຼາຍກວ່າ​ຮ້ອຍ​ປີ​ພັດ​ກາຍ​ເປັນ​ອະ​ນາ​ຄົດ​ຂອງ​ອາ​ເມ​ຣິ​ກາ!”, ຍັງ​ມີ​ຊາວ​ເນັດ​ບາງ​ຄົນ​ເວົ້າ​ວ່າ: “ເມື່ອ​ຈີນ​ເລີ່ມ​ຄົ້ນ​ຄວ້າ​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບແລະ​ລົດ​ສົ່ງ​ເຄື່ອງ​ດ່ວນ​ທີ່​ບໍ່​ມີ​ຄົນ​ຂັບ, ຜູ້​ດີ​ເດັ່ນ​ອາ​ເມ​ຣິ​ກາ​ພັດ​ຮູ້​ສຶກ​ພາກ​ພຸມ​ໃຈ​ຍ້ອນ​ລົດ​ສາມ​ລໍ້!” ນອກ​ນັ້ນ​ຍັງ​ມີ​ຊາວ​ເນັດ​ບາງ​ຄົນ​ສະ​ເໜີ​ໃຫ້​ສະ​ມາ​ຊິກ​ສະ​ພາ​ດັ່ງ​ກ່າວ​ກ້າວ​ອອກ​ໄປ​ຕ່າງ​ປະ​ເທດ​ເພື່ອ​ເປີດກວ້າງ​ສາຍ​ຕາ, ສົມ​ໝຸດ​ວ່າ​ໄປ​ປະ​ເທດ​ຈີນ……

ສິ່ງ​ທີ່​ຊາວ​ອາ​ເມ​ຣິ​ກາ​ບໍ່​ຮູ້​ນັ້ນ​ຍັງ​ມີ​ຫຼາຍ, ບໍ່​ພຽງ​ແຕ່​ລົດ​ສົ່ງ​ເຄື່ອງ​ດ່ວນ​ເທົ່າ​ນັ້ນ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ​ແລ້ວ, ໃນ​ເວ​ລ​າ​ສະ​ຫຼຸບ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໄດ້​ພົບ​ເຫັນ​ເລື່ອງ​ບາງ​ຍັງ​ທີ່​ເໜືອ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ, ຍົກ​ຕົວ​ຢ່າງ​ຄື​ມາດ​ຕະ​ການ “ການປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ” ມີ​ປະ​ສິດ​ທິ​ຜົນ​ທີ່​ດີ.

ວັນ​ທີ 16 ກຸມ​ພາ​ນີ້, ໜັງ​ສື​ພິມ​ຖະ​ໜົນ​ວານ​ອາ​ເມ​ຣິ​ກາ​ພິມ​ບົດ​ຄວາມ​ລະ​ບຸ​ວ່າ: ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ແບບ​ວົງ​ປິດ​ຢ່າງ​ເຂັ້ມ​ງວດ. ຢູ່ນອກວົງ​ປິດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ, ປະ​ຊາ​ຊົນ​ຈີນ​ທີ່​ອາ​ໄສ​ຢູ່​ປັກ​ກິ່ງ​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ປົກ​ກະ​ຕິດ, ຮ້ານ​ຄ້າ​ຕ່າງໆ​ກໍ​ເປີດ​ບໍ​ລິ​ການ​ຄື​ເກົ່າ. ເມື່ອ​ທຽບ​ໃສ່ “ລະ​ບົບ​ປະ​ຊາ​ທິ​ປັດ​ໄຕ”, ສິ່ງ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ແທ້​ຈິງ​ແມ່ນ​ຄວາມ​ໝັ້ນ​ໃຈ, ຍ້ອນ​ວ່າ​ປະ​ຊາ​ຊົນ​ຈີນ​ເຊື່ອ​ໝັ້ນ​ວ່າ​ລັດ​ຖະ​ບານ​ສາ​ມາດ​ຄວ​ບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຢ່າງ​ດີ, ລັດ​ຖະ​ບານ​ກໍ​ເຊື່ອ​ວ່າ​ປະ​ຊາ​ຊົນ​ທັງ​ຫຼາຍ​ສາ​ມາດ​ປະ​ສານ​ງານ​ກັບ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ.

ຫວ່າງ​ມໍ່ໆ​ມາ​ນີ້, ສຳ​ລັບ​ຂ່າວ​ສານ​ບ​ລຸມ​ເບີກ​ແລ້ວໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງວ່າ: “ເປັນ​ຫຍັງ​ທົ່ວ​ໂລ​ກ​ຕ້ອງ​ການ​ມາດ​ຕະ​ການການປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ”. ບົດ​ຄວາມ​ລະ​ບຸ​ວ່າ, ໃນ​ໄລ​ຍະ 2 ປີ​ຜ່ານ​ມາ, ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການການປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ, ໄດ້​ຮັບ​ປະ​ກັນ​ສິນ​ຄ້າ​ແລະ​ຜະ​ລິດ​ຕະ​ພັນ​ປະ​ເພດ​ຕ່າງໆ​ສືບ​ຕໍ່​ສົ່ງ​ອອກ​ຕໍ່​ທົ່ວ​ໂລກ, ຖ້າ​ວ່າ​ຜູ້​ບໍ​ລິ​ໂພກ​ແລະ​ວິ​ສາ​ຫະ​ກິດ​ຕ່າງ​ໆ​ຢາກ​ສືບ​ຕໍ່​ຊື້​ຜະ​ລິດ​ຕະ​ພັນ​ທີ່ “ຜະ​ລິດ​ຢູ່​ຈີນ” ໄດ້​ຢ່າງ​ຕໍ່​ເນື່ອງ, ບໍ່​ຢາກ​ຜະ​ເຊີນ​ກັບ​ສ​ະ​ພາບ​ການ​ທີ່​ລາ​ຄາ​ສິນ​ຄ້າ​ແພງ​ຂຶ້ນ​ຍ້ອນ​ສິນ​ຄ້າ​ຂາດ​ເຂີນ, ຊະ​ນັ້ນ​ກໍ​ຄວນ​ສະ​ໜັບ​ສະ​ໜູນ​ຈີນ​ສືບ​ຕໍ່​ປະ​ຕິ​ບັດ​​ນະ​ໂຍ​ບາຍການປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ.

ນັບ​ແຕ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ, ອາ​ເມ​ຣິ​ກາ​ແມ່ນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ມາ​ຮອດ​ວັນ​ທີ 20 ກຸມ​ພາ​ນີ້, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ໄດ້​ຫຼາຍ​ກ່​ວາ 9,3 ແສນ​ຄົນ​ແລ້ວ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ຍັງ​ເຄັ່ງ​ຄັດ​ທີ່​ສຸດ.

ກ່ອນ​ໜ້າ​ນີ້, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ມີ​ທ່າ​ທີ​ຄັດ​ຄ້ານ​ຕໍ່​ນະ​ໂຍ​ບາຍການປ້ອງ​ກັນ​ຄວບ​ຄຸມ​ແລະ ປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ, ບາງ​ສື່​ໂຄ​ສະ​ນາ​ວ່າ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ແມ່ນ​ການ “ລ່ວງ​ລ້ຳ​ສິດ​ເສ​ລີ​ພາບ”, ບາງ​ສື​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​ຂອງ​ຈີນ “ໄດ້​ທຳ​ລາຍ​ເສດ​ຖະ​ກິດ​ໂລກ”. ແຕ່​ພາຍ​ຫຼັງ​ນັກ​ຂ່າວ​ຂອງ​ສື່​ເຫຼົ່າ​ນີ້​ໄດ້​ສຳ​ພັດ​ນະ​ໂຍ​ບາຍ “ການປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ” ດ້ວຍ​ຕົນ​ເອງ​ແລ້ວ, ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ວ່າ​ຈີນ​ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຢ່າງ​ດີ.

ສິ່ງ​ທີ່​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ຫາ​ກໍ່​ຮູ້​ເລື່ອງ​ເຫຼົ່າ​ນີ້, ຄົນ​ຈີນ​ທັງ​ຫຼາຍ​ກໍ​ຮູ້​ສຶກ​ແປກ​ໃຈ​ທີ່​ສຸດ, ເລື່ອງ​ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໄດ້​ລາຍ​ງານ​ປະ​ເທດ​ຈີນ​ດ້ວຍ​ຄວາມ​ຈິນ​ຕະ​ນາ​ການ​ມາ​ໂດຍ​ຕະ​ຫຼອດ. ອາ​ເມ​ຣິ​ກາ​ໄດ້​ຢູ່​ໂລກ​ຂອງ​ຕົນ​ດົນ​ໂພດ, ຈົ່ງ​ໃຫ້​ອາ​ເມ​ຣິ​ກາ​ເປີດ​ສາຍ​ຕາ​ເບິ່ງ​ທົ່ວ​ໂລກ, ຢ່າ​ໄດ້​ເກີດ​ເລື່ອງ​ຕະ​ຫຼົກ​ຄື​ສະ​ມາ​ຊິກ​ສະ​ພາ​ນິວຢອກ​ນັ້ນ​ອີກ.