ວັນທີ 24 ກຸມພານີ້, ອົງການອະນາໄມໂລກໄດ້ເປີດເຜີຍຂໍ້ມູນຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າ 428 ລ້ານກໍລະນີ.
ຕາມຂໍ້ມູນຫຼ້າສຸດຈາກເວັບໄຊຂອງອົງການອະນາໄມໂລກສະແດງໃຫ້ເຫັນວ່າ: ມາຮອດເວລາ 11 ໂມງ 23 ນາທີຂອງວັນທີ 25 ກຸມພານີ້ຕາມເວລາວຽງຈັນ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນ 1.826.122 ກໍລະນີເມື່ອ
ທຽບກັບມື້ທີ່ຜ່ານມາ ແລະລວມທັງໝົດເປັນ 428.511.601 ກໍລະນີ. ມີຜູ້ເສຍຊີວິດເພີ່ມຂຶ້ນ 11.041 ຄົນເມື່ອທຽບກັບມື້ທີ່ຜ່ານມາ ແລະລວມທັງໝົດແມ່ນ 5.911.081 ຄົນ.