ວັນທີ 28 ກຸມພານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ເຜີຍແຜ່ “ບົດລາຍງານກ່ຽວກັບສະຖິຕິດ້ານການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດປີ 2021”, ເຊິ່ງຕົວເລກສະແດງໃຫ້ເຫັນວ່າ, ປີ 2021, ເສດຖະກິດແຫ່ງຊາດຈີນໄດ້ຟື້ນຄືນຢ່າງຕໍ່ເນື່ອງ, ການພັດທະນາໄດ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.
ປີ 2021, ຂະໜາດເສດຖະກິດຂອງຈີນມີເຖິງ 114400ຕື້ຢວນ, ເປັນກຸ່ມເສດຖະກິດໃຫຍ່ອັນດັບສອງຂອງໂລກ, GDP ສະເລ່ຍຕໍ່ຫົວຄົນໄດ້ບັນລຸເຖິງ 80976 ຢວນ (12551 ໂດລາສະຫະລັດ), ເຊິ່ງສູງກວ່າລະດັບGDPສະເລ່ຍຕໍ່ຫົວຄົນຂອງໂລກ.
ປີ 2021, ມູນຄ່າເພີ່ມຂອງອຸດສາຫະກຳທີ 1 ຫຼື ອຸດສາຫະກຳກະສິກຳຂອງຈີນໄດ້ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ປີ 2020. ອຸດສາຫະກຳການຜະລິດໄດ້ພັດທະນາໄປໃນທິດທາງທີ່ດີ, ກວມ 27,4%ຂອງGDP, ເພີ່ມຂຶ້ນ 1.1%ເມື່ອທຽບໃສ່ປີ 2020. ປະລິມານຜະລິດຕະພັນຂອງອຸດສາຫະກຳສຳຄັນຢູ່ໃນອັນດັບໜຶ່ງຂອງໂລກ. ຂະແໜງການບໍລິການໄດ້ຟື້ນຄືນເທື່ອລະກ້າວ. ປີ 2021, ມູນຄ່າເພີ່ມຂອງຂະແໜງການການບໍລິການໄດ້ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2020.
ປີ 2021, ຍອດມູນຄ່າເສດຖະກິດຂອງຈີນມີເຖິງ 17700ຕື້ໂດລາສະຫະລັດ, ຄາດວ່າກວມຫຼາຍກວ່າ 18%ຂອງເສດຖະກິດໂລກ, ອັດຕາປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກມີປະມານ 25%. ຍອດມູນຄ່າການຄ້າສິນຄ້າ, ຄັງສຳຮອງເງິນຕາຕ່າງປະເທດຂອງຈີນລ້ວນແຕ່ຢູ່ອັນດັບໜຶ່ງຂອງໂລກ, ການຄ້າການບໍລິການ, ການລົງທຶນຢູ່ຕ່າງປະເທດ ແລະຂະໜາດຕະຫຼາດການບໍລິໂພກຢູ່ລະດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ, ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການຊຸກຍູ້ໃຫ້ເສດຖະກິດໂລກຟື້ນຄືນ, ສາມາດເຮັດໃຫ້ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກມີຄວາມໝັ້ນທ່ຽງ.