ແຂວງຢຸນນານອອກແຜນການດຳເນີນການເພື່ອເລັ່ງລັດການເຂົ້າຈອດກັບ RCEP

2022-03-01 17:44:58 |ມາຈາກ:

ວັນທີ 18 ກຸມພາ, ຫ້ອງວ່າການແຂວງຢຸນນານໄດ້ຈັດກອງປະຊຸມຂ່າວຢູ່ນະຄອນຄຸນໝິງເພື່ອເຜີຍແຜ່ແລະຕີລາຄາ"ແຜນການເຄື່ອນໄຫວຂອງແຂວງຢຸນນານເພື່ອເລັ່ງລັດການເຊື່ອມໂຍງRCEP". ທີ່ການປະຊຸມຂ່າວ,ຜູ້ທີ່ກ່ຽວຂ້ອງຮັບຜິດຊອບຂອງພະແນກການຄ້າແຂວງໄດ້ແນະນຳວ່າ, "ແຜນການເຄື່ອນໄຫວ" ​ໄດ້ວາງອອກ 21 ມາດຕະການໃນ 5 ເນື້ອໃນຂອງສັນຍາ RCEP, ສົມທົບກັບສະພາບຕົວຈິງຂອງແຂວງຢຸນນານ ​ແລະ ​ລັກສະນະຂອງແຂວງຢຸນນານ.