ຈີນເດັດດ່ຽວຄັດຄ້ານອາເມຣິກາປັ້ນແຕ່ງຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ

2022-03-01 17:49:08 |ມາຈາກ: CRI

ຕໍ່ກັບກໍລະນີທີ່ມີສື່ອາເມຣິກາລາຍງານຂ່າວຕຳໜິບົດບາດຂອງຈີນທີ່ມີຕໍ່ ສະຖານະການຢູ່ອູແກຣນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 28 ກຸມພາແລ້ວນີ້ວ່າ: ຈີນເດັດ ດ່ຽວຄັດຄ້ານອາເມຣິກາປັ້ນແຕ່ງຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງເພື່ອໃສ່ຮ້າຍ ປ້າຍສີພາບພົດຂອງຈີນ.

ທ່ານວ່າງເວີນປິ່ນແນະນຳໃຫ້ຮູ້ວ່າ:ຫຼາຍມື້ມານີ້,ທ່ານປະທານສີຈິ້ນຜິງໄດ້ ສົນທະນາກັບທ່ານປູຕິນ ປະທານາທິບໍດີຣັດເຊຍ ທ່ານມາຄຣົງ ປະທານາທິບໍດີ ຝຣັ່ງແລະຜູ້ນຳປະເທດອື່ນໆໂດຍຜ່ານທາງໂທລະສັບ,ໂດຍໄດ້ຊີ້ໃຫ້ເຫັນວ່າ:ຝ່າຍຈີນສະໜັບສະໜູນຣັດເຊຍແລະອູແກຣນແກ້ໄຂບັນຫາໂດຍຜ່ານການເຈລະຈາ, ຮຽກຮ້ອງໃຫ້ຝ່າຍຕ່າງໆຍຶດໝັ້ນທິດທາງລວມໃນການແກ້ໄຂໂດຍທາງການ ເມືອງ,ຜ່ານການສົນທະນາແລະປຶກສາຫາລືກັນເພື່ອຊອກຫາການແກ້ໄຂບັນຫາອູແກຣນຢ່າງຮອບດ້ານ.ທ່ານວ່າງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງ ການຕ່າງປະເທດຈີນກໍ່ໄດ້ສົນທະນາກັບລັດຖະມົນຕີກະຊວງການຕ່າງປະເທດ ແລະບຸກຄົນສຳຄັນທາງການເມືອງຂອງຫຼາຍປະເທດໂດຍຜ່ານທາງໂທລະສັບ,ໂດຍໄດ້ແນະນຳຈຸດຢືນ 5 ຂໍ້ຂອງຝ່າຍຈີນໃນບັນຫາອູແກຣນ,ທ່ານໄດ້ເນັ້ນໜັກ ວ່າ:ຄວນປະຖິ້ມແນວຄິດສົງຄາມເຢັນຢ່າງສິ້ນເຊີງ,ຄວາມກັງວົນດ້ານຄວາມໝັ້ນ ຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆຄວນໄດ້ຮັບການເຄົາລົບ.

ທ່ານວ່າງເວີິນປິ່ນກ່າວວ່າ: "ຝ່າຍຈີນສະໜັບສະໜູນແລະສົ່ງເສີມຄວາມ ພະຍາຍາມທາງການທູດທຸກຢ່າງທີ່ມີຜົນດີຕໍ່ການແກ້ໄຂວິກິດການອູແກຣນໂດຍ ສັນຕິ.ອູແກຣນຄວນກາຍເປັນຂົວຕໍ່ແຫ່ງການແລກປ່ຽນຄວາມຄິດເຫັນລະຫວ່າງ ຝ່າຍຕາເວັນອອກແລະຝ່າຍຕາເວັນຕົກ,ຫາກບໍ່ຄວນຕົກເປັນແນວໜ້າຂອງການ ເປັນປໍລະປັກກັນລະຫວ່າງປະເທດໃຫຍ່.ຝ່າຍຈີນກໍ່ສະໜັບສະໜູນຝ່າຍເອີຣົບ ແລະຣັດເຊຍສົນທະນາກັນຢ່າງສະເໝີພາບກັນກ່ຽວກັບບັນຫາຄວາມໝັ້ນຄົງຂອງເອີຣົບ,ຍຶດໝັ້ນໃນທັດສະນະຄວາມໝັ້ນຄົງຮ່ວມກັນທີ່ຕັດແຍກອອກຈາກກັນບໍ່ໄດ້,ແລະໃນທີ່ສຸດກໍ່ກາຍເປັນກົນໄກຄວາມໝັ້ນຄົງເອີຣົບທີ່ດຸນດ່ຽງ ມີປະສິດທິຜົນ ແລະແບບຍືນຍົງ."