ຝ່າຍຈີນຈະຕັ້ງໜ້າເຂົ້າຮ່ວມການປຶກສາຫາລືຫົວຂໍ້ຕ່າງໆຂອງສະພາສິດທິມະນຸດ

2022-03-01 17:50:47 |ມາຈາກ: CRI

ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 28 ກຸມພາແລ້ວນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຮູ້ວ່າ:ກອງປະຊຸມລະດັບສູງຂອງ ສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີິ 49 ຈະໄຂຂຶ້ນແຕ່ວັນທີ 28 ກຸມພາຫາວັນທີ 2 ມີນານີ້.ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດຈີນຈະຕາງໜ້າລັດຖະບານຈີນກ່າວຄຳປາໄສໃນວັນທີ 28 ກຸມພາ.

ທ່ານວ່າງເວີນປິ່ນກ່າວວ່າ:ປັດຈຸບັນ,ພະຍາດໂຄວິດ-19ກຳລັງແຜ່ລະບາດຢູ່ ທົ່ວໂລກ,ການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບ 100 ປີໄດ້ເລັ່ງໄວຂຶ້ນ, ໂລກໄດ້ເຂົ້າສູ່ໄລຍະໃໝ່ຂອງຄວາມປັ່ນປ່ວນແລະປ່ຽນແປງ,ການພັດທະນາພາລະກິດສິດທິມະນຸດສາກົນພວມປະເຊີນກັບສິ່ງທ້າທາຍອັນຂ້ຽວຂາດ.ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມ ກອງປະຊຸມລະດັບສູງຂອງສະພາສິດທິມະນຸດ,ທ່ານຈະລົງເລິກບັນຍາຍຄວາມຄິດເຫັນຂອງຈີນທີ່ມີຕໍ່ສະພາບການດ້ານສິດທິມະນຸດສາກົນໃນປັດຈຸບັນນີ້,ທັງໄດ້ສະ ເໜີຈຸດຢືນຂອງຈີນໃນການຄຸ້ມຄອງສິດທິມະນຸດທົ່ວໂລກ,ໄດ້ສະເໜີແນວຄວາມ ຄິດແລະບົດຮຽນຂອງຈີນໃນການຮັບປະກັນດ້ານສິດທິມະນຸດ,ໄດ້ປະກອບສ່ວນ ສະຕິປັນຍາຂອງຈີນເຂົ້າໃນການຊຸກຍູ້ພາລະກິດສິດທິມະນຸດທົ່ວໂລກໃຫ້ ຂະຫຍາຍຕົວຢ່າງປອດໃສ.

ທ່ານວ່າງເວີນປິ່ນຍັງໄດ້ກ່າວວ່າ: “ສະພາສິດທິມະນຸດແມ່ນເວທີໃຈກາງຂອງ ອົງການສະຫະປະຊາຊາດໃນການປຶກສາຫາລືບັນຫາສິດທິມະນຸດ. ຝ່າຍຈີນຈະຕັ້ງໜ້າເຂົ້າຮ່ວມການປຶກສາຫາລືຫົວຂໍ້ຕ່າງໆຂອງກອງປະຊຸມສະພາສິດທິມະນຸດຄັ້ງນີ້,ຮ່ວມກັນກັບຝ່າຍຕ່າງໆເພື່ອຊຸກຍູ້ໃຫ້ສະພາສິດທິມະນຸດປະຕິບັດຕາມຫຼັການທີ່ພາວະວິໄສ ທ່ຽງທຳແລະບໍ່ເຂົ້າຂ້າງອອກຂາ,ເຄົາລົບຈຸດປະສົງແລະຫຼັກການ ໃນກົດບັດສະຫະປະຊາຊາດ,ຄັດຄ້ານການນຳໃຊ້ບັນຫາສິດທິມະນຸດເປັນຂໍ້ອ້າງ ເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນແລະໃຊ້ສອງມາດຕະຖານ,ສຸມ ຄວາມພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການຄຸ້ມຄອງສິດທິມະນຸດທົ່ວໂລກ ທີ່ທ່ຽງທຳ ສົມເຫດສົມຜົນແລະມີສ່ວນຮ່ວມຫຼາຍກວ່າເກົ່າໃຫ້ເປັນຮູບເປັນຮ່າງ ຂຶ້ນ.”