ຈີນຈະສ້າງສະຖານີຮັບ-ສົ່ງສັນຍານ5Gອີກ 600.000 ກວ່າແຫ່ງພາຍໃນປີ2022ນີ້

2022-03-01 17:51:31 |ມາຈາກ: CRI

ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງ ປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນທີ 28 ກຸມພາ 2022 ນີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳແລະ ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານຈີນໄດ້ກ່າວຢືນຢັນວ່າ ຈະຖືເອົາການເຕີບໂຕດ້ານອຸດສາຫະກຳທີ່ໝັ້ນທ່ຽງເປັນວຽກງານສຳຄັນ ໂດຍຈະສຸມໃສ່ຊຸກຍູ້ການ ພັດທະນາເສດຖະກິດອຸດສາຫະກຳ.

ທ່ານທຽນຢວີ້ລົງ ຫົວໜ້າວິສະວະກຳ ທັງເປັນໂຄສົກກະຊວງອຸດສາຫະກຳແລະເຕັກໂນໂລຊີ ຂໍ້ມູນຂ່າວສານຈີນໄດ້ເປີດເຜີຍໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວວ່າ: 5G ເປັນວຽກງານ ສຳຄັນອັນດັບໜຶ່ງໃນການກໍ່ສ້າງພື້ນຖານໂຄງລ່າງອັນໃໝ່, ທັງເປັນພາຫະນະອັນ ສຳຄັນໃນການຊຸກຍູ້ການລົງທຶນແລະການເຕີບໂຕດ້ານເສດຖະກິດໃຫ້ໝັ້ນທ່ຽງ. ທ່ານກ່າວວ່າ: ປີນີ້, ກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນຍັງ ຈະສືບຕໍ່ຊຸກຍູ້ການກໍ່ສ້າງເຄືອຂ່າຍອິນເຕີເນັດ5Gຢ່າງໜັກແໜ້ນ, ໂດຍຈະສ້າງສະຖານີຮັບ-ສົ່ງສັນຍານ5Gແຫ່ງໃໝ່ໃຫ້ໄດ້ຫຼາຍກວ່າ 600.000 ແຫ່ງເພື່ອເຮັດໃຫ້ຈຳນວນສະຖານີຮັບ-ສົ່ງສັນຍານ5G ບັນລຸເຖິງ 2 ລ້ານແຫ່ງໃນທ້າຍປີນີ້.

ທ່ານຊ່ຽວຢ້າຊິ້ງ ລັດຖະມົນຕີກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນ ຂ່າວສານຈີນໄດ້ໃຫ້ຮູ້ວ່າ: ຕ້ອງຖືເອົາການເຕີບໂຕດ້ານອຸດສາ ຫະກຳທີ່ໝັ້ນທ່ຽງເປັນວຽກງານສຳຄັນ, ສຸມໃສ່ພັດທະນາເສດຖະກິດອຸດສາຫະກຳ, ອອກ ແຮງຈົນສຸດຄວາມສາມາດເພື່ອໃຫ້ອຸດສາຫະກຳພັດທະນາໄດ້ຢ່າງໝັ້ນທ່ຽງແລະຕໍ່ ເນື່ອງໃນໄຕມາດທີ1ນີ້, ເພື່ອຊຸກຍູ້ໃຫ້ເສດຖະກິດອຸດສາຫະກຳພັດທະນາຢ່າງໝັ້ນທ່ຽງ.