ທ່ານ​ສີ​ຈິ້ນ​ຜິງເນັ້ນ​ໃຫ້ເລັ່ງ​ສ້າງວິ​ສາ​ຫະ​ກິດ​ລະ​ດັບ​ສຸດຍອດ​ຂອງ​ໂລກ ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ພື້ນ​ຖານ

2022-03-01 17:54:52 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 28 ກຸມ​ພາ​ແລ້ວ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຮອບ​ດ້ານ​ຂັ້ນ​ສູນ​ກາງ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຮອບ​ດ້ານ​ຂັ້ນ​ສູນ​ກາງ​ຄັ້ງ​ທີ 24. ​ໃນກອງ​ປະ​ຊຸມ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາເອ​ກະ​ສານ​ສຳ​ຄັນ​ຕ່າງ​ໆ, ເຊັ່ນ: “ຄວາມ​ເຫັນ​ຊີ້​ນຳ​ກ່ຽວ​ກັ​ບ​ການເລັ່ງ​ສ້າງວິ​ສາ​ຫະ​ກິດ​ລະ​ດັບ​ສຸດຍອດ​ຂອງ​ໂລກ”. “ຄວາມ​ເຫັນ​ກ່ຽວ​ກັບ​ການ ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ພື້ນ​ຖານ”​ ແລະ​ອື່ນໆ.

ໃນ​ເວ​ລາ​ທີ່​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ, ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຮອບ​ດ້ານ​ຂອງ​ພັກ, ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ປັບ​ປຸງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ກຳ​ມະ​ສິດ​ສ່ວນ​ລວມ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ສົ່ງ​ເສີມ ສະ​ໜັບ​ສະ​ໜູນ ແລະ ຊີ້​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ບໍ່​ແມ່ນ​ກຳ​ມະ​ສິດ​ສ່ວນ​ລວມ​ຢ່າ​ງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ເລັ່ງ​ສ້າງວິ​ສາ​ຫະ​ກິດ​ລະ​ດັບ​ສຸດຍອດຂອງ​ໂລກ​ທີ່​ມີ​ຜະ​ລິດ​ຕະ​ພັນ​ດີ​ເດັ່ນ, ມີ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ, ມີ​ການ​ປະ​ດິດ​ສ້າງ​ໃໝ່​ທີ່​ນຳ​ໜ້າ ແລະ ມີ​ການ​ຄຸ້ມ​ຄອງ​ແບບ​ທັນ​ສະ​ໄໝ. ຕ້ອງ​ຍຶດ​ໝັ້ນ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຊຸກ​ຍູ້​ການ​ພັດ​ທະ​ນາ​​ຂະ​ແໜງການ​ເງິນ​ທີ່​ໃຫ້​ຜົນ​ປະ​ໂຫຍດ​ທົ່ວ​ເຖິງ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ,​ບູ​ລະ​ນະ​ລະ​ບົບ​ການ​ເງິນ​ທັນ​ສະ​ໄໝ​​ໃຫ້​ຄ່ອງ​ແຄ້​ວ ​ມີ​ຄວາມ​ສາ​ມາດ​ແຂ່ງ​ຂັນ ແລະ ໃຫ້​ຜົນ​ປະ​ໂຫຍດ​ທົ່ວ​ເຖິງ​ໃນ​ລະ​ດັບ​ສູງ, ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ດ້ານ​ການ​ເງິນ​ແບບຫຼາກຫຼາຍ​ຂອງ​ປະ​ຊາ​ຊົນ ແລະ ເສດ​ຖະ​ກິດ​ຮູບ​ປະ​ທຳ. ຕ້ອງວາງ​ແຜນ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ພື້ນ​ຖານ​​ຢ່າງ​ຮອບ​ດ້ານ, ອອກ​ແຮງ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ການ​ຄົ້ນ​ຄວ້າ​ຂັ້ນ​ພື້ນ​ຖານ​ໃຫ້​ໄດ້​ເປັນຈຳ​ນວນຫຼວງຫຼາຍ​ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຢ່າງ​ຮີບ​ດ່ວນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​. ຕ້ອງ​ຊຸກ​ຍູ້​ລັດ​ວິ​ສາ​ຫະ​ກິດ​ປັບ​ປຸງ​ລະ​ບົບ​ການ​ປະ​ດິດ​ສ້າງ​ໃໝ່ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ ກະ​ຕຸກ​ຊຸກ​ຍູ້​ພະ​ລັງ​ຊີ​ວິດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ໃນ​ລະ​ດັບ​ເລິກ​ເຊິ່ງ​ລະ​ຫວ່າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ປະ​ດິດ​ສ້າງໃໝ່, ​ສ້າງ​ແຫຼ່ງ​ເທັກ​ໂນ​ໂລ​ຊີ​ຕົ້ນ​ສະ​ບັບ.