ນະຄອນຄຸນໝິງແຂວງຢຸນນານຈະທົດລອງຮູບແບບ "ໄປພົບແພດກ່ອນແລະຈ່າຍເງິນພາຍຫຼັງ" ​ໃນທ້າຍເດືອນມີນາ

2022-03-02 18:03:52 |ມາຈາກ:

ທ້າຍເດືອນມີນາ,ນະຄອນຄຸນໝິງແຂວງຢຸນນານຈະຄົ້ນຄ້ວາຮູບແບບການບໍລິການທີ່ສະດວກສະບາຍສຳລັບປະຊາຊົນຄື "ໄປພົບແພດກ່ອນແລະຈ່າຍເງິນພາຍຫຼັງ".

"ໄປພົບແພດກ່ອນແລະຈ່າຍເງິນພາຍຫຼັງ", ຄົນເຈັບສາມາດຮູ້ຈຳນວນເງິນການປິ່ນປົວໂດຍການບັນທຶກສິນເຊື່ອຂອງຕົນເອງ, ເຊັນລົງນາມໃນWeChatຂອງໂຮງໝໍຫຼືກົມການປະກັນໄພທາງການແພດ,ຫຼັງຈາກຂັ້ນຕອນທັງຫມົດຂອງການໄປພົບທ່ານຫມໍສິ້ນສຸດລົງ, ສະຖາບັນການເງິນຈະຈ່າຍຄ່າທໍານຽມລ່ວງຫນ້າ.

ໃນເມື່ອກ່ອນ, ເມື່ອຄົນເຈັບໄປໂຮງໝໍເພື່ອພົບແພດ, ຈະໃຊ້ເວລາດົນຫຼາຍໃນການຕໍ່ຄິວເພື່ອຈ່າຍເງິນ. ຫຼັງຈາກທີ່ປະຕິບັດຮູບແບບ "ໄປພົບແພດກ່ອນແລະຈ່າຍເງິນພາຍຫຼັງ" ໃຫ້ປາກົດເປັນຈິງ, ຈະເປັນການສະດວກສໍາລັບຄົນເຈັບ. ໃນປີ2022, ໂຮງໝໍ 20 ​ແຫ່ງທີ່ໄດ້ກຳນົດໄວ້ໃນນະຄອນຄຸນໝິງຈະຄ່ອຍໆບັນລຸຮູບແບບ "ໄປພົບແພດກ່ອນແລະຈ່າຍເງິນພາຍຫຼັງ".

ມາຈາກ ຫນັງ​ສື​ພິມສະບັບກາງຄືນຊຸນເຊິງ