ເປັນຫຍັງໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ຈຶ່ງເຮັດພິທີເກັບຢູ່ 9 ບ່ອນ?

2022-03-02 18:07:01 |ມາຈາກ: CRI

ແຕ່ວັນທີ 2 ຫາວັນທີ 4 ມີນານີ້, ການ​ແລ່ນຕໍ່ທວນໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຈະຈັດຂຶ້ນຢູ່ 3 ເຂດແຂ່ງຂັນຄື:​ນະ​ຄອນຫຼວງປັກກິ່ງ, ເມືອງຢຽນຊິ້ງ ແລະນະ​ຄອນຈ່າງເຈ່ຍໂຂ ໂດຍ​ແບ່ງ​ອອກ​ເປັນ 3 ​ຂັ້ນ​ຕອນ ຄື: ການ​ເກັບໄຟ, ການ​ເຕົ້າ​ໂຮມ​ໄຟ ແລະ​ການແລ່ນ ​ຕໍ່​ທວນ​ໄຟ. ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງຫຼາຍ​ສົນ​ໃຈຫຼາຍ​ທີ່​ສຸດ​ນັ້ນ​ກໍ​ຄື: ເປັນ​ຫ​ຍັງໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ຕ້ອງເຮັດ​ພິ​ທີ​​​ເກັບໄຟ​ຢູ່ 9 ບ່ອນ?

ທຳ​ອິດໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແມ່ນເຮັດ​ພິ​ທີ​ເກັບ​ໄຟ​ຢູ່ສະ​ໜາມ​​ກິ​ລາໂອ​ລິມ​ປິກ​ບູ​ຮານ​ທີ່​ປະ​ເທດ​ເກຼັກ ​ເຊິ່ງ​ເປັນ​ແຫຼ່ງ​ກຳ​ເນີດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ. ແຕ່​ອີງ​ຕາມ​​ຄວາມ​ຮຽກ​ຮ້ອງ​​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ ແລະແນວ​ຄິດ​ພື້ນ​ຖານ​ກ່ຽວ​ກັບ​ໄຟ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ, ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ ແລະ​ຕົວ​ເມືອງ​ໃດໆ ຕ່າງ​ກໍ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຮັດ​ພິ​ທີ​ເກັບໄຟງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ. ​ສະ​ນັ້ນ, ໄຟງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ຈຶ່ງ​ເຮັດ​ພິ​ທີ​ເກັບ​ໄຟ​​ຢູ່​ຕົວ​ເມືອງ ແລະ​ເຂດ​ຊຸມ​ຊົນ​ຕ່າງໆ.

ນອກ​ຈາກຢູ່​ສະ​ໂຕກ ແມນ​ເດ​ວີວ ທີ່​ປະ​ເທດ​ອັງ​ກິດ ທີ່​ເປັນ​ບ່ອນ​ກຳ​ເນີດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ຄົນ​ພິ​ການ​ແລ້ວ, ​ພິ​ທີ​ເກັບ​ໄຟ​ອີກ 8 ບ່ອນ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ແມ່ນ​ຈະ​ຈັດ​ພິ​ທີ​ຢູ່ 3 ເຂດແຂ່ງຂັນຄື:​ນະ​ຄອນຫຼວງປັກກິ່ງ, ເມືອງຢຽນຊິ້ງ ແລະນະ​ຄອນຈ່າງເຈ່ຍໂຂ ເຊິ່ງ​ລວມ​ທັງ​ສະ​ຖານ​ທີ່​ຊ່ວຍ​ເຫຼືອ​ຄົນ​ພິ​ການ ເຊັ່ນ: ​ໂຮງ​ຮຽນ, ເຂດ​ຊຸມ​ຊົນ, ຫໍ​ສະ​ໝຸດ ເປັນ​ຕົ້ນ, ສະ​ຖານ​ທີ່​ວັດ​ທະ​ນະ​ທຳປະ​ຫວັດ​ສາດ, ເຂດ​ນິ​ຄົມ​ເຕັກ​ນິກວິ​ທະ​ຍາ​​ສາດ​ທັນ​ສະ​ໄໝ ແລະ​ບ່ອນ​ເຄີຍ​ເຮັດ​ພິ​ທີ​ເກັ​ບ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ປັກ​ກິ່ງ 2008.

ຕາມ​ຂ່າວລາຍ​ງານ​ວ່າ: ຕອນ​ບ່າຍ​ຂອງວັນ​ທີ 2 ມີ​ນາ​ນີ້, ໄຟ​ທີ່ຖືກ​ເກັບ​ຢູ່ 9 ບ່ອນ ​ຈະ​ນຳ​ມາ​ລວມ​ກັນ​ຢູ່​ສວນ​ສາ​ທາ​ລະ​ນະ​ທ່​ຽ​ນ​ຖານ ​ແລ້ວ​ກາຍເປັນ​ໄຟງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ.