ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໜັກ​ໃຫ້ພະ​ນັກ​ງານ​​ໜຸ່ມ ແລະ​ໄວ​ກາງຄົນ: ຕ້ອງ​ສ້າງພື້ນ​ຖານ​ອຸ​ດົມ​ການ​​ໃຫ້​ໜັກ​ແ​ໜ້ນ, ສ້າງ ແລະ ປະ​ຕິ​ບັດຕາມ​ທັດ​ສະ​ນະ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ທີ່​ຖືກ​ຕ້ອງ

2022-03-02 18:08:18 |ມາຈາກ: CRI

ວັນ​ທີ 1 ມີ​ນາ​ນີ້, ​ຊຸດ​ອົບ​ຮົມ​ພະ​ນັກ​ງານ​​ໜຸ່ມ ແລະ ໄວ​ກາງຄົນ​ຂອງ​ໂຮງ​ຮຽນ​​ທິດ​ສະ​ດີພັກ​ສູນ​ກາງ​​ໃນພາກ​ລະ​ດູ​ໃບ​ໄມ້​ປົ່ງ​ປີ 2022 ໄດ້​ເປີດ​ຂຶ້ນ​ຢູ່​ໂຮງ​ຮຽນ​ທິດ​ສະ​ດີ​ພັກ​ສູນ​ກາງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ພິ​ທີ​ເປີດ​ຊຸດ​ອົບ​ຮົມ​ໂດຍ​ກ່າວ​ເນັ້ນ​ໜັກ​ວ່າ, ພະ​ນັກ​ງານໜຸ່ມ​ແມ່ນ​ຄວາມ​ຫວັງ​​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ​ ແລະ​ປະ​ເທດຊາດ, ຕ້ອງ​ສ້າງພື້ນ​ຖານ​ອຸ​ດົມ​ການ​​ໃຫ້​ໜັກ​ໜ້ນ, ຮັກ​ສາ​​ຮົ້ວ​ປ້ອງ​ກັນການ​ສໍ້​ລາດ​ບັງຫຼວງ ແລະ ​ການ​ເສຍ​ທາດ​ຂາດ​ຄຸນ, ສ້າງ ແລະ ປະ​ຕິ​ບັດ​​ຕາມທັດ​ສະ​ນະ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ທີ່​ຖືກ​ຕ້ອງ, ສ້າງ​ຄວາມ​ສາ​ມາດ​ໃຫ້​ເຂັ້ມ​ແຂງ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ ແລະ ​ຕໍ່​ສູ້, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ມະ​ຫາ​ຊົນ​ຂອງ​ພັກ, ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ທາດ​ການ​ເມືອງ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ພັກ, ສ້າງ​ຈິດ​ໃຈ​ປະ​ເທດ​ຊາດ​ບ້ານ​ເມືອງ​ເພື່ອ​ບໍ່ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ, ສະ​ແຫວງ​ຫາ​ແນວ​ຄິດ​ທີ່​ສູງ​ສົ່ງ​ບໍ​ລິ​ສຸດ, ສູ້​ຊົນ ແລະ ອຸ​ທິດ​ຕົນ​ເພື່ອ​ພາ​ລະ​ກິດ​ຂອງ​ພັກ ແລະ ປະ​ຊາ​ຊົນ, ສ້າງ​ຜົນ​ງານ​ດ້ວຍ​ການ​ສູ້​ຊົນ​ຢ່າງ​ບໍ່​ລັ່ງ​ເລ​ໃຈ​ໃນ​ຂະ​ບວນ​ການ​ໃໝ່​​ຂອງ​ຍຸກ​ໃໝ່.