ຫຼັງ​ຈາກ​ຈີນ​ຮ້ອງ​ຂໍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ແລ້ວ ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ​ສຳ​ລັບ​ຄົນ​ພິ​ການ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ

2022-03-03 17:07:24 |ມາຈາກ: CRI

ເວົ້າ​ສຳ​ລັບ​ຄົນ​ພິ​ການ​ແລ້ວ, ກິ​ລາ​ແມ່ນ​ຮູບ​ການ​ຊະ​ນິດ​ໜຶ່ງເພື່ອ​ຟື້ນ​ຟູ​ສຸ​ຂະ​ພາບ​​ຮ່າງ​ກາຍ, ທັງ​ແມ່ນ​ວິ​ທີໜຶ່ງ​ທີ່​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ. ​ລາຍ​ການ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ຂອງ​ຈີນ​ໄດ້​ເລີ່ມ​ຕົ້ນ​ອ່າວ​ຊ້າ, ມີ​ຄວາມ​ແຕກ​ໂຕນ​ກັນຫຼາຍ​ກັບ​ປະ​ເທດ​​ທີ່ເຂັ້ມ​ແຂງ​ດ້ານ​ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ. ​ການຮ້ອງ​ຂໍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ສ້າງ​ໂອ​ກາດ​​ອັນ​ສຳ​ຄັນ​ໃຫ້​ກັບ​ຄົນ​ພິ​ການ​ໃນ​ການ​ເຂົ້າ​ຮ່ວມ​ກິ​ລາ​ລະ​ດູ​ໜາວ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄົນ​ພິ​ການ​ຈຳ​ນວນຫຼວງຫຼາຍ​ຂອງ​ຈີນ​ໄດ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ເພີ່ມ​ຂຶ້ນ​ໃນ​ການ​ເຂົ້າ​ຮ່ວມ​ກິ​ລາ​ລະ​ດູ​ໜາວ, ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ກັບ​ການ​ພັດ​ທະ​ນາ​ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ​ສຳ​ລັບ​ຄົນ​ພິ​ການ​ໃຫ້​ທົ່ວ​ເຖິງ, ​ທັງ​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ “ຊຸກ​ຍູ້​ປະ​ຊາ​ຊົນ 300 ລ້ານ​ຄົນ​​ໃຫ້ເຂົ້າ​ຮ່ວ​ມ​ຫຼິ້ນກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ”.