ຈີນ​ເຜີຍ​ແຜ່​ປື້ມ​ປົກ​ຂາວ “ການ​ພັດ​ທະ​ນາ​ວຽກ​ງານ​ກິ​ລາ​ແລະ​ຮັບ​ປະ​ກັນ​ສິດ​ຂອງ​ຄົນ​ພິ​ການ​ຈີນ”

2022-03-03 17:10:31 |ມາຈາກ: CRI

ວັນ​ທີ 3 ມີ​ນາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ “ການ​ພັດ​ທະ​ນາວຽກ​ງານ​ກິ​ລາ​ແລະ​ຮັບ​ປະ​ກັນ​ສິດ​ຂອງ​ຄົນ​ພິ​ການ​ຈີນ”.

ປື້ມ​ປົກ​ຂາວ​ດັ່ງ​ກ່າວ​ໄດ້​ລະ​ບຸບ​ວ່າ: ນັບ​ແຕ່ ​​ສ​ປ ​ຈີນໄດ້​ຮັບ​ການສະ​ຖາ​ປະ​ນາ​ຂຶ້ນ​ເປັນ​ຕົ້ນ​ມາ, ຄຽງ​ຄູ່​ກັບ​ການ​ພັ​ດ​ທະ​​ນາ​ວຽກ​ງານຄົນ​ພິ​ການ, ກິ​ລາ​ຄົນ​ພິ​ການ​ກໍ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດ​ຢັ້ງ ເຊິ່ງ​ໄດ້​​ບຸກ​ເບີກ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ກິ​ລາ​ຄົນ​ພິ​ການ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ​ສອດ​ຄ່ອງ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ສຳ​ເລັດ​ຜົນ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມ​າ, ​ວຽກ​ງານ​ກິ​ລາ​ຄົນ​ພິ​ການ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ.

ປື້ມ​ປົກ​ຂ່າວ​ໄດ້​ເນັ້ນ​ໜັກ​ວ່າ: ຈີນ​ໄດ້​ຖື​ເອົາ​ກິ​ລາ​​ການອອກ​ກຳ​ລັງ​ກາຍ​ເພື່ອ​ຟື້ນ​ຟູ​ສຸ​ຂະ​ພາບ​ຂອງ​ຄົນ​ພິ​ການ ເປັນ​ພາກ​ສ່ວນ​​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​​ກ່ຽວ​ກັບການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ, ປະ​ເທດ​ຈີນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ​ການ​ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ. ຈີນ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ກິ​ລາ​ຄົນ​ພິ​ການ​ສາ​ກົນ​ຢ່າງ​ຮອບ​ດ້ານ, ​ໄດ້ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ປະ​ເທດ​ອື່ນໆ​ແລະ​ອົງ​ການ​ຈັດ​ຕັ້ງ​ຄົນ​ພິ​ການ​ສາ​ກົນ, ​ໄດ້ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ ເຊິ່ງ​ລວມ​ທັງຄົນ​ພິ​ການ​ຂອງບັນ​ດາ​ປະ​ເທດ.

ປື້ມ​ປົກ​ຂາວ​ຍັງ​ຊີ້​ອອກວ່າ: ກິ​ລາ​ຄົນ​ພິ​ການ​ໄດ້​ສະ​ທ້ອນໃຫ້​ເຫັນ​ເຖິງຄວາມ​ກ້າວ​ໜ້າ​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ໄດ້ເສີມ​ຂະ​ຫຍາ​ຍ​ຄ່າ​ນິ​ຍົມ​ຮ່ວມ​ຂອງ​ມະ​ນຸດ, ໄດ້​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ, ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ແລະ​​ການ​ສ້າງມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ໄດ້​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ​ຂອງ​ຈີນ ເພື່ອ​ສ້າງ​ລະ​ບຽບ​​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ​ທົ່ວ​ໂລກ​ທີ່​ສະ​ເໝີ​ພາບ​, ຍຸດ​ຕິ​ທຳ ແລະ​ສົມ​ເຫດ​ສົມ​ຜົນ ກວມ​ລວມ ແລະ​ປົກ​ປັກ​ຮັກ​ສາ​ການ​ພັດ​ທະ​ນາ​​ແລະ​ສັນ​ຕິ​ພາບ​ຂອງ​ໂລກ.