ຄະນະຜູ້ແທນປະຊາຊົນທົ່ວປະເທດຈີນຂອງແຂວງຢຸນນານ ເດີນທາງໄປປັກກິ່ງ ເພື່ອເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13

2022-03-04 17:29:27 |ມາຈາກ:

ຕອນເຊົ້າວັນທີ 3 ມີນາ, ຜູ້ແທນປະຊາຊົນຈີນທີ່ມາຈາກແຂວງຢຸນນານພ້ອມດ້ວຍຂໍ້ສະເໜີ​ແລະ​ແຜນການຂອງຕົນເອງໄດ້ອອກຈາກຄຸນໝິງໄປປັກກິ່ງເພື່ອເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13ທີ່ຈັດຂຶ້ນ.

ທ່ານ ຈູຢົວຢົງ ຜູ້ແທນໄດ້ນຳເອົາຂໍ້ສະເໜີກ່ຽວກັບການພັດທະນາເສດຖະກິດຢູ່ລຸ່ມປ່າໄມ້ ໂດຍສະເພາະແມ່ນການພັດທະນາຢາພື້ນເມືອງຈີນຢູ່ລຸ່ມປ່າ, ຫວັງວ່າດ້ວຍການຊຸກຍູ້ ການພັດທະນາຂະແໜງການນີ້, ຈະເຮັດໃຫ້ຊາວກະສິກອນຈຳນວນຫຼາຍຂຶ້ນໄດ້ຮັບຜົນປະໂຫຍດແລະ ເຮັດໃຫ້ປະຊາຊົນບັນລຸການຫລຸດພົ້ນອອກຈາກຄວາມທຸກຍາກໃນໄລຍະຍາວແລະໝັ້ນຄົງ.

ທ່ານນາງ ຈ່າງຫຼີ້​ ຜູ້ແທນ ກ່າວວ່າ, ຕົນເອງໄດ້ກະກຽມຂໍ້ສະເໜີກ່ຽວກັບການພັດທະນາກະສິກຳດີຈີຕອນ, ຫວັງວ່າຈະຊຸກຍູ້ການເຊື່ອມໂຍງເຂົ້າກັບດີຈີຕອນແລະກະສິກຳທັນສະໄໝ, ຊຸກຍູ້ການພັດທະນາກະສິກຳທັນສະໄໝທີ່ເປັນເອກະລັກຂອງພູພຽງ.

ທ່ານນາງ ຊູຫົງ ຜູ້ແທນ ແນະນຳວ່າ, ຕົນເອງໄດ້ນຳເອົາຂໍ້ສະເໜີກ່ຽວກັບການປັບປຸງຍຸດທະສາດການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ຢ່າງບໍ່ຢຸດຢັ້ງ ແລະ ປັບປຸງວຽກງານການປ້ອງກັນການນຳເຂົ້າພະຍາດຈາກຕ່າງປະເທດຕື່ມອີກ, ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເອົາໃຈໃສ່ໃນຫົວຂໍ້ເຊັ່ນ ເພີ່ມທະວີການກໍ່ສ້າງລະບົບການບໍລິການເບິ່ງແຍງຜູ້ສູງອາຍຸ ແລະ ຮັບມືກັບບັນຫາປະຊາກອນຜູ້ສູງອາຍຸຢ່າງຕັ້ງໜ້າ.

ທ່ານ ຫຼີໂກເວີຍ ຜູ້ແທນ ເອົາໃຈໃສ່ເຖິງວິທີທີ່ພັກກອມມູນິດຈີນແລະປະເທດຈີນສາມາດສະໜັບສະໜູນ​ການພັດທະນາຂອງວິສາຫະກິດໃນດ້ານສະພາບແວດລ້ອມການດຳເນີນທຸລະກິດ​ແລະ​ການເງິນ.

ປີນີ້ແມ່ນປີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ. ບັນດາຜູ້ແທນກ່າວວ່າ, ຈະປະຕິບັດໜ້າທີ່ຢ່າງມີສະຕິ ແລະ ຄວາມຮັບຜິດຊອບ, ປະຕິບັດໜ້າທີ່ດ້ານປະຊາທິປະໄຕປະຊາຊົນຢ່າງຕັ້ງໜ້າໂດຍການເຄື່ອນໄຫວຕົວຈິງ,​ ໃຫ້ຂໍ້ສະເໜີແກ່ການພັດທະນາເສດຖະກິດສັງຄົມຢ່າງມີຄຸນນະພາບສູງ, ເຮັດໃຫ້ປະຊາຊົນສາມາດຄາດຫວັງ ແລະ ໄວ້ວາງໃຈ.

ມາຈາກ ຫນັງສືພິມລາຍວັນຢຸນນານ
ນັກຂ່າວ ຈ່າງຢານ ຢາງມົງ