ຈີນຫວັງວ່າຜູ້ກໍ່ໃຫ້ເກີດວິກິດການຈະສຳຫຼວດບົດບາດຕົນເອງຄືນໃໝໃນວິກິດການອູແກຣນ

2022-03-04 17:36:52 |ມາຈາກ: CRI

ໂດຍແນໃສ່ບັນຫາທີ່ສື່ປະເທດຕາເວັນຕົກໄດ້ລາຍງານຂ່າວໃສ່ຮ້າຍປ້າຍສີປະເທດຈີນວ່າ:ໄດ້ຮູ້ຈັກແຜນການການເຄື່ອນໄຫວທາງການທະຫານຂອງ ຣັດເຊຍລ່ວງໜ້າແລ້ວ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວເນັ້ນໜັກແລະຊີ້ແຈງໃນກອງປະຊຸມຖະແຫຼງຂ່າວໃນວັນທີ 3 ມີນານີ້ ວ່າ,ການລາຍງານຂ່າວທີ່ກ່ຽວຂ້ອງແມ່ນຂໍ້ມູນປອມທັງນັ້ນ.ຄຳເວົ້າທີ່ຫັນເຫຄວາມສົນໃຈແລະໂຍນຄວາມຜິດໃຫ້ຜູ້ອື່ນແນວນີ້ແມ່ນຊົ່ວຊ້າແລະອັບປີທີ່ສຸດ.ບັນຫາ ອູແກຣນໄດ້ຜັນແປຈົນກາຍເປັນສະຖານະການຄືຊູ່ມື້ນີ້,ສາເຫດຄວາມເປັນມາ ແມ່ນຈະແຈ້ງທີ່ສຸດ.ຫວັງວ່າຜູ້ສ້າງສະຖານະການທີ່ກໍ່ໃຫ້ເກີດວິກິດການຄັ້ງນີ້ຈະ ສຳຫຼວດບົດບາດຂອງຕົນເອງຄືນວ່າໄດ້ເຮັດຫຍັງແດ່ໃນວິກິດການອູແກຣນ,ແລະຄວນແບກຫາບຄວາມຮັບຜິດຊອບເທົ່າທີ່ຄວນຢ່າງແທ້ຈິງ,ໃຊ້ການກະທຳຕົວຈິງ ເພື່ອຜ່ອນຄາຍສະຖານະການແລະແກ້ໄຂບັນຫາ,ຫາກບໍ່ແມ່ນໂຍນຄວາມຜິດໃຫ້ຜູຸ້ອື່ນ.

ທ່ານວ່າງເວີນປິ່ນໄດ້ກ່າວເນັ້ນໜັກວ່າ: "ຫວ່າງມໍ່ໆນີ້,ສື່ຕ່າງປະເທດໄດ້ ກ່າວເຖິງເລື່ອງນີ້ຫຼາຍເທື່ອວ່າ: ໃນຊຸມປີ 1990 ,ທ່ານຈອດ ຟຣອດສ ເຄນນັນ ອະດີດເອກອັກຄະລັດຖະທູດອາເມຣິກາປະຈຳສະຫະພາບໂຊວຽດກໍ່ເຄີຍກ່າວ ເຕືອນລັດຖະບານອາເມຣິກາໂດຍຊີ້ໃຫ້ເຫັນວ່າ:ການຂະຫຍາຍອິດທິພົນຂອງ ນາໂຕຢ່າງຕໍ່ເນື່ອງໂດຍແນໃສ່ຣັດເຊຍນັ້ນແມ່ນຄວາມຜິດພາດທີ່ອັນຕະລາຍທີ່ສຸດໃນນະໂຍບາຍຂອງອາເມຣິກາ.ແຕ່ສິ່ງທີ່ໜ້າເສຍດາຍນັ້ນແມ່ນ:ລັດຖະບານອາເມ ຣິກາບໍ່ໄດ້ເອົາຫົວຊານຳເລື່ອງນີ້.ຫວ່າງມໍ່ໆມານີ້,ທ່ານໂທມັສ ເຟຣນແມນ ຜູ້ຊ່ຽວຊານກ່ຽວກັບບັນຫາສາກົນທີ່ມີຊື່ສຽງຂອງອາເມຣິກາໄດ້ເຜີຍແຜ່ບົດຄວາມ ໂດຍຊີ້ໃຫ້ເຫັນວ່າ:ຄວາມຜິດພາດສຳຄັນດ້ານນະໂຍບາຍຂອງອາເມຣິກາກ່ຽວກັບການຂະຫຍາຍອິດທິພົນໄປສູ່ທິດຕາເວັນອອກຂອງນາໂຕນັ້ນໄດ້ພາໃຫ້ສາຍພົວ ພັນລະຫວ່າງອາເມຮິກາກັບຣັດເຊຍຊຸດໂຊມລົງ,ລັດຖະບານອາເມຣິກາຄວນແບກຫາບຄວາມຮັບຜິດຊອບຫຼາຍສົມຄວນ.ທ່ານຕຸນຊີ ກາບບາດ ອະດີດສະມາ ຊິກສະພາຕ່ຳອາເມຣິກາໄດ້ກ່າວວ່າ:ຂໍພຽງແຕ່ທ່ານປະທານາທິບໍດີໂຈ ໄບເດັນ ຮັບປະກັນວ່າ:ຈະບໍ່ຮັບເອົາອູແກຣນເຂົ້າເປັນສະມາຊິກຂອງນາໂຕ,ກໍຈະ ເຮັດໃຫ້ວິກິດການເທື່ອນີ້ສິ້ນສຸດລົງ,ທັງສາມາດສະກັດກັ້ນບໍ່ໃຫ້ເກີດສົງຄາມ,ແຕ່ ເຂົາເຈົ້າບໍ່ໄດ້ເຮັດແບບນີ້."