ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ເປັນ​ການ​ກຳ​ນົດ​ລະ​ບຽບ​ການທີ່ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ທົ່ວ​ຂະ​ບວນ​ການ

2022-03-04 17:38:00 |ມາຈາກ: CRI

ວັນ​ທີ 3 ມີ​ນາ​ນີ້, ກອ​ງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​​ຊຸດ​ທີ 13 ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດ. ທ່ານ​ກົ່ວ​ເວີ້ຍ​ມິນ ໂຄ​ສົກ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຕ​ອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ ໂດຍ​ປິ່ນອ້ອມ​ວາ​ລະ​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ, ວຽກ​ງານ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ​ບັນ​ຫາ​ຈຸດ​ສຸມ​ທີ່​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​ສົນ​ໃຈ.

ປີ 2021, ໂດຍ​ປະ​ເຊີນກັບ​ສະ​ພາບ​ການ​ທັງ​ພາຍ​ໃນແລະ​ຕ່າງ​ປະ​ເທດ​ທີ່​ສັບ​ສົນ, ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ພົນ​ເດັ່ນ​ໃນ​ການ​ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ໃຫ້​ຝ່າຍບໍ​ລິ​ຫານ​ປະ​ເທດ ແລະ​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ອົງ​ການ​ປຶກ​ສາ​ຫາ​ລື​ສະ​ເພາະ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໄດ້​ປະ​ກອບ​ສ່ວນ​ອັນ​ໃຫ​ມ່​ເຂົ້າ​ໃນ​ພາ​ລະ​ກິດ​ຂອງ​ພັກ​ແລະ​​ປະ​ເທດ​ຊາດ.

ທ່ານ​ກົ່ວ​ເວີ້ຍ​ມິນ​ກ່າວ​ວ່າ: ໃນ​ຖາ​ນະ​ເປັນ​ຊ່ອງ​ທາງ​ຂອງ​ການ​ປຶກ​ສາ​ຫາ​ລື​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມແລະກົນ​ໄກ​ປຶກ​ສາ​ຫາ​ລື​ສະ​ເພາະ, ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນເປັນ​ການ​ກຳ​ນົດລະ​ບຽບ​ການ​ທີ່ສຳ​ຄັນ​ໃກ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​​ທົ່ວ​ຂະ​ບວນ​ການ. ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ໄດ້​ເຊື່ອມ​ໂຍງ​ການ​ປຶກ​ສາ​ຫາ​ລື, ການ​ຕິດ​ຕາມກວດ​ກາ, ການ​ເຂົ້າ​ຮ່ວມ ແລະ​ການ​ຮ່ວມ​ມື​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​​ການ​ວາງ​ນະ​ໂຍ​ບາຍຕາມຫຼັກ​ວິ​ທະ​ຍາ​ສາດ​ແລະ​ຕາມ​ທິດ​ທາງ​ປະ​ຊາ​ທິ​ປະ​ໄຕ​​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ແບບ​ປະ​ຊາ​ທິ​ປະ​ໄຕ, ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ທີ່​ມີ​ປະ​ສິດ​ທິ​ຜົນ​ໃຫ້​ຝ່າຍ​ບໍ​ລິ​ຫານ​ປະ​ເທດ​ ໂດຍ​ຜ່ານຫຼາຍ​ວິ​ທີ​ແລະ​ຫຼາຍເວ​ທີ​ການ​ປຶກ​ສາ​ຫາ​ລື ເພື່ອ​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງ ກວ້າງ​ຂວາງ.