ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີ​ນາ​ນີ້

2022-03-04 17:39:52 |ມາຈາກ: CRI

ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີ​ນາ​ນີ້ ແລະ​ຈະ​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ມີ​ນາ​ນີ້ ເຊິ່ງ​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 6 ວັນ​ເຄິ່ງ.

​ວາ​ລະ​ກອງ​ປະ​ຊຸມ​ມີ 10 ຫົວ​ຂໍ້​, ເຊັ່ນ: ການ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ການກວດ​ກາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ປີ 2021 ແລະ ຮ່າງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ປີ 2022, ຮ່າງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ຈີນ ປີ 2022, ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ.