ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ມີ​ນານີ້ ທ່ານ​ສີ​ຈິ້ນ​ຜິງ​ຈະ​ເຂົ້າ​ຮ່ວມ​ພິ​ທີ ແລະ​ປະ​ກາດເປີດ​ງານ

2022-03-04 17:42:17 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 4 ມີ​ນາ​ນີ້, ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ ​ແລະ​ຈະ​ປະ​ກາດ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ.