ທ່ານ​ສີ​ຈິ້ນ​ຜິງສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ແມ່​ຍິງ​ບັນ​ດາ​ເຜົ່າ​ໃນ​ວົງ​ການ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ​​ຈະ​ໝູນ​ວຽນ​ມາ​ເຖິງ

2022-03-07 17:25:30 |ມາຈາກ: CRI

ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ“8 ມີ​ນາ”ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ແມ່ຍິງ​ບັນ​ດາ​ເຜົ່າ​ໃນ​ວົງ​ການ​ຕ່າງໆໃນ​​ທົ່ວ​ປະ​ເທດ​ຈີນ.

ທ່ານ​ກ່າວ​ວ່າ:“ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ໃຫ້ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ສົ່ງ​ຄຳອວຍ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ຜູ້​ແທນເພດ​ຍິງ ສະ​ມາ​ຊິກ​ສະ​ພາ​ເພດ​ຍິງ ພະ​ນັກ​ງານເພດ​ຍິງ​ທີ່​ເດີນ​ທາງມາ​ເຂົ້າ​ຮ່ວມກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຫຼື​ເອີ້ນ​ວ່າ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປະ​ເທດ​ຈີນ, ແມ່​ຍິງ​ບັນ​ດາ​ເຜົ່າ​ໃນ​ວົງ​ການ​ຕ່າງ​ໆ​ທົ່ວ​ປະ​ເທດ​ຈີນ ພ້ອມ​ດ້ວຍພີ່​ນ້ອງ​ເພດ​ຍິງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ ເຂດ​ໄຕ້​ຫວັນ ແລະ​ແມ່​ຍິງ​ຈີນ​ທີ່​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທັງ​ຫຼາຍ.”

ຕອນ​ບ່າຍ​ຂອງວັນ​ທີ 6 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຢ້ຽມຢາມ​ຖາມ​ຂ່າວ​ຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກວົງ​ການ​ກະ​ສິ​ກຳ ​ສະ​ຫວັດ​ດີ​ການ​ສັງ​ຄົມ​ແລະ​ປະ​ກັນ​ສັງ​ຄົມ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ແລະ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ສົມ​ຫຼາຍ​ກຸ່ມ, ເພື່ອຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ.