ທ່ານນາງ ຢາງຫົງຊົງ ນັກກິລາແຂວງຢຸນນານ ໄດ້ຫຼຽນຄຳໃນງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ

2022-03-08 17:52:07 |ມາຈາກ:

ວັນທີ 6 ມີນາ, ໃນການແຂ່ງຂັນສະກີທາງໄກເພດຍິງທີ່ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ທ່ານນາງ ຢາງຫົງຊົງ​ນັກກິລາແຂວງຢຸນນານໄດ້ຫລຽນຄຳດ້ວຍເວລາ 43 ນາທີ 06 ວິນາທີ 7. ນີ້ແມ່ນຫຼຽນຄຳທີ 5 ທີ່ຄະນະຜູ້ແທນຈີນຍາດໄດ້ໃນງານກິລາໂອລິມປິກຄົນພິການລະດູໜາວຄັ້ງນີ້, ​ແລະຫຼຽນຄຳທຳອິດຂອງນັກກິລາຢຸນນານໃນງານກິລາໂອລິມປິກຄົນພິການລະດູໜາວຊິງໄດ້ຫຼຽນຄຳ.

ປັດຈຸບັນ, ຄະນະຜູ້ແທນຈີນໄດ້ຈັດອັນດັບໜຶ່ງໃນລາຍການຫຼຽນງານກິລາໂອລິມປິກຄົນພິການລະດູໜາວດ້ວຍ 8 ຫຼຽນຄຳ, 8 ຫຼຽນເງິນແລະ 11 ຫຼຽນທອງ.

ມາຈາກ ຫນັງສືພິມລາຍວັນຢຸນນານ

ນັກຂ່າວ ຈ່າງເຊິງ ໂລຢິງ