ເປົ້າໝາຍກຳນົດເວລາລ່ວງໜ້າອັນຕົ້ນຕໍຂອງການພັດທະນາປະເທດຈີນໃນປີ 2022

2022-03-08 17:54:03 |ມາຈາກ:

ຕອນເຊົ້າວັນທີ 5 ມີນາ, ກອງປະຊຸມຄັ້ງທີ5ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13ຈະໄຂຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ, ທ່ານ​ຫຼີເຄີ້ສຽງ ນາຍົກລັດຖະມົນຕີໄດ້ກ່າວບົດລາຍງານວຽກງານຂອງລັດຖະບານທີ່ກອງປະຊຸມແລະໄດ້ວາງອອກເປົ້າໝາຍກຳນົດເວລາລ່ວງໜ້າອັນຕົ້ນຕໍຂອງການພັດທະນາໃນປີນີ້,ເປົ້າໝາຍລວມມີ:GDPຂະຫຍາຍຕົວປະມານ5.5%, ການສ້າງວຽກເຮັດງານທຳໃໝ່ໃນຕົວເມືອງຫຼາຍກວ່າ11ລ້ານຄົນ, ອັດຕາການວ່າງງານໃນຕົວເມືອງທີ່ສຳຫຼວດໄດ້ຄວບຄຸມໃຫ້ຢູ່ພາຍໃນ 5,5% ຕະຫຼອດປີ, ລາຄາຜູ້ບໍລິໂພກຂອງປະຊາຊົນເພີ່ມຂຶ້ນປະມານ 3%; ການເຕີບໂຕດ້ານເສດຖະກິດແລະລາຍຮັບຂອງປະຊາຊົນຢ່າງດຽວກັນ, ການນໍາເຂົ້າແລະສົ່ງອອກເປັນມີຄວາມຫມັ້ນຄົງແລະການປັບປຸງຄຸນນະພາບ,ການດຸນດ່ຽງລາບຮັບແລະລາຍຈ່າຍຂອງສາກົນ,ຜະລິດຕະພັນທັນຍາຫານຍັງສູງກວ່າ 1,300 ຕື້ກິໂລກຣາມ, ຄຸນນະພາບຂອງສະພາບແວດລ້ອມນິເວດໄດ້ສືບຕໍ່ປັບປຸງ, ແລະການປ່ອຍມົນລະພິດທີ່ສໍາຄັນຍັງສືບຕໍ່ຫຼຸດລົງ.
ມາຈາກ ຂ່າວ CCTV