ນັກກິລາຄົນພິການເພດຍິງຂອງຈີນສ້າງປະຫວັດສາດຍາດໄດ້ຫຼຽນຄຳ

2022-03-08 17:55:24 |ມາຈາກ: CRI

ວັນ​ທີ 6 ມີ​ນາ​ນີ້, ນາງ​ຈ່າງ​ເມີ້ງ​ຊິ່ວ, ນັກ​ກິ​ລາ​ຄົນ​ພິ​ການ​ຈີນ​ໄດ້​ເປັນ​ແ​ຊມ​ໃນ​ການ​ແຂ່ງ​ຂັນ​ສະ​ກີ​ເທິງ​ພູ​ປະ​ເພດ Super-G (ທ່າ​ຢືນ)​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ທັງ​ເປັນຫຼຽນ​ຄຳຫຼຽນ​ທຳ​ອິດ​​ສຳ​ລັບ​ທີມ​ຊາດ​ຈີນ​ໃນ​ການ​ແຂ່ງ​ຂັນສະ​ກີ​ເທິງ​ພູ​​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ.

ນາງ​ຈ່າງ​ເມີ້ງ​ຊິ່ວ ເກີດ​ໃນ​ປີ 2002 ແລະ​ໄດ້​ກາຍ​ເປັນ​ນັກ​ກິ​ລາ​ສະ​ກີ​ເທິງ​ພູທີ່​ມີ​ອາ​ຍຸ​ນ້ອຍ​ພຽງ 14 ປີ. ຍ້ອນ​​ພິ​ການ​ສະ​ໝອງ​ຕອນ​ຍັງ​ນ້ອຍ, ​ເຮັດ​ໃຫ້​ປະ​ຕິ​ກິ​ລິ​ຍາ​ຂອງນາງ​ຈ່າງ​ເມີ້ງ​ຊິ່ວ​ຊ້າກວ່າ​ຄົນ​ອື່ນ. ສະ​ນັ້ນ, ການ​ເໜັງ​ຕິງ​ທາງ​ຮ່າງ​ກາຍ​ຂອງ​ນາງ​ຈຶ່ງ​ບໍ່​ຄ່ອງ​ແຄ້ວ. ທ່າ​ກິ​ລາ​ທີ່​ຄົນ​ອື່ນສາ​ມາດ​ຮຽນໃຫ້​ເປັນ​​ໄດ້ພາຍ​ໃນ​ຊົ່ວ​ໂມງ​ໜຶ່ງ​ນັ້ນ, ​ສຳ​ລັບນາງ​ຈ່າງ​ເມີ້ງ​ຊິ່ວ​ຕ້ອງ​ໃຊ້​ເວ​ລາ 2 ຫາ 3 ຊົ່ວ​ໂມງ​ຈຶ່ງ​ຮຽນ​ເປັນ.

ໃນ​ປີ 2020, ນາງ​ຈ່າງ​ເມີ້ງ​ຊິ່ວ​ໄດ້​ຮັບຫຼຽນ​ຄຳໃນ​ການ​ແຂ່ງ​ຂັນ​ສະ​ກີ​​ຄົນ​ພິ​ການເທິງ​ພູ​​ຊີງ​ຂັນໂລກ​ທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ​ສະ​ວິ​ສ ເຊິ່ງ​ເປັນຫຼຽນ​​ຄຳທຳ​ອິດ​​ຂອງ​ຈີນ​ໃນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ. ຫຼັງ​ຈາກ​ນັ້ນ, ນາງ​ຈ່າງ​ເມີ້ງ​ຊິ່ວຍັງ​ໄດ້​ຮັບ 3 ຫຼຽນ​ໃນ​ການ​ແຂ່ງ​ຂັນ​​ຊີງ​ຂັນໂລກ. ກ່ອນ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ, ນາງ​ຈ່າງ​ເມີ້ງ​ຊິ່ວ​​ໄດ້​ຖືກ​ເວັບ​ໄຊ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສ​າ​ກົນ​ຂະ​ໜານ​ນາມ​ວ່າ​ເປັນ “ນັກ​ກິ​ລາ​​ຄວາມ​ຫວັງ​ຂອງປະ​ເທດ​ເຈົ້າ​ພາບ​ໃນ​ການ​ຍາດ​ເອົາຫຼຽນ​ຄຳ”.