ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ຈະ​ບໍ່​ໃຫ້ຝ່າຍ​ທີ​ສາມ​ລົບ​ກວນ​

2022-03-08 17:58:01 |ມາຈາກ: CRI

ວັນ​ທີ 7 ມີ​ນານີ້, ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ມີ​ຄວາມ​ເປັນ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ​ສ້າງ​ຂຶ້ນ​ຢູ່​ບົນ​ພື້ນ​ຖານ​ການບໍ່​ຮ່ວມ​ກຸ່ມ ບໍ່​ເປັນ​ປໍ​ລະ​ປັກ​ກັນ​ ແລະ​ບໍ່​ແນ​ໃສ່​ຝ່າຍ​ທີສາມ, ​ແລະ​ບໍ່​ໃຫ້​ຝ່າຍ​ທີ​ສາມ​ລົບ​ກວນ.

ທ່ານ​ຫວາງຢີ້​ກ່າວ​ວ່າ: ຈີນ​ແລະ​ຣັດ​ເຊຍ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໃກ້​ຊິດ​ແລະ​​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ກັນ​ແລະ​ກັນ. ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ເປັນໜຶ່ງ​ໃນ​ບັນ​ດາ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ຣັດ​ເຊຍບໍ່​ພຽງ​ແຕ່​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ ແລະ​ຄວາມ​ສຸກ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​ອີກ​ດ້ວຍ. ຫວ່າງ​ກ່ອນນີ້ບໍ່​ດົນ, ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ຈີນ​ແລະ​ຣັດ​ເຊຍໄດ້​ຮ່ວມ​ກັນ​ຄັດ​ຄ້ານ​ການ​ນຳ​ໃຊ້​ແນວ​ຄິດ​ສົງ​ຄາມ​ເຢັນ​ຄືນ​ໃໝ່, ຄັດ​ຄ້ານ​ການ​ເຮັດ​ໃຫ້​ຮູບ​ຖານ​ຈິດ​ສຳ​ນຶກ​ເປັນ​ປໍ​ລະ​ປັກ​ກັນ, ສອງ​ຝ່າຍ​ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສາ​ກົນເປັນປະ​ຊາ​ທິ​ປະ​ໄຕ ແລະ​ມີ​ເຈດ​ຈຳ​ນົງປົກ​ປັກ​ຮັກ​ສາຈຸ​ດ​ປະ​ສົງ​ ແລະ​ຫຼັກ​ການຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.