ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານກວ່າ 1,7 ລ້ານເທື່ອຄົນໃນໄລຍະການເປີດ 3 ເດືອນທຳອິດ

2022-03-10 10:09:56 |ມາຈາກ:

ທ່ານ ວັງເກີເຈຍ ປະທານສະພາບໍລິສັດ ກຸ່ມບໍລິສັດຄຸນໝິງເສັ້ນທາງລົດໄຟຈີນຈຳກັດ ກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານກວ່າ 1,7 ລ້ານເທື່ອຄົນໃນໄລຍະການເປີດ 3 ​ເດືອນທີ່ຜ່ານມາ. ຕອນສ່ວນພາຍໃນປະເທດຈີນ ຂອງເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 1,55 ລ້ານເທື່ອຄົນ, ຕອນສ່ວນພາຍໃນປະເທດລາວຂອງເສັ້ນທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 150,000 ເທື່ອຄົນ.ເສັ້ນທາງລົດໄຟລາວ-ຈີນໄດ້ມີຂະບວນລົດໄຟຂົນສົ່ງສິນຄ້າທັງໝົດ 1500 ຖ້ຽວ,ຂົນສົ່ງສິນຄ້າໄດ້ 1,1 ລ້ານໂຕນ, ໃນນັ້ນ, ມີຂະບວນລົດໄຟຂົນສົ່ງສິນຄ້າສາກົນ 350 ກວ່າຖ້ຽວ, ຂົນສົ່ງສິນຄ້າ 250000 ກວ່າໂຕນ. ມີ 10 ກວ່າແຂວງຂອງປະເທດຈີນ ເຊັ່ນ ແຂວງຊານຕົງ, ​ແຂວງເຈີ້ຈ່ຽງ,ນະຄອນຈົງກິ່ງແລະອື່ນໆ ທີ່ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນເຂົ້າສູ່ເມືອງຕ່າງໆຂອງລາວ ເຊັ່ນນະຄອນຫຼວງວຽງຈັນ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນຢ່າງຕໍ່ເນື່ອງ.

ປະເພດສິນຄ້າ ມີນັບຕັ້ງແຕ່ຢາງພາລາ, ຝຸ່ນ, ເຄື່ອງໃຊ້ປະຈຳວັນຈົນຮອດສິນຄ້າເອເລັກໂຕຼນິກ,ລົດ,ຜັກ, ດອກໄມ້, ແລະອື່ນໆ. ນອກຈາກນີ້, ກຸ່ມບໍລິສັດຄຸນໝິງເສັ້ນທາງລົດໄຟຈີນຈຳກັດ ແລະ ບໍລິສັດເສັ້ນທາງລົດໄຟລາວ-ຈີນ ກໍໄດ້ເປີດ “ເສັ້ນຂົນສົ່ງດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂະບວນລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວ ລະຫວ່າງນະຄອນຄຸນໝິງສປຈີນແລະນະຄອນຫຼວງວຽງຈັນປະເທດລາວ, ຂະບວນລົດໄຟນີ້ໃຊ້ເວລາເດີນທາງພຽງແຕ່ 26 ຊົ່ວໂມງຈາກຄຸນໝິງ-ນະຄອນຫຼວງວຽງຈັນ.ມາຮອດວັນທີ 3 ມີນາ, ຂະບວນລົດໄຟນີ້ໄດ້ເປີດແລ່ນ 20 ຖ້ຽວແລ້ວ.

ມາຈາກ ຫນັງສືພິມລາຍວັນຢຸນນານ

ນັກຂ່າວ ຈ່າງຢານ ຊຸຊຸນນີງ