ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 8 ມີນານີ້, ຄະນະກຳມະການໂອລິມປິກຄົນພິການສາກົນແລະຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງກ່າວວ່າ: ການຈັດງານໂອລິມປິກແລະການຈັດການແຂ່ງຂັນ,ການຮັບປະກັນການບໍລິການໃນສະໜາມແຂ່ງຂັນແລະດ້ານອື່ນໆສຳລັບງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງລ້ວນແຕ່ເປັນທີ່ຍອມຮັບໃນລະດັບສູງຈາກບັນດາຝ່າຍທີ່ກ່ຽວຂ້ອງ.
ທ່ານ ຄລາຍກ໌ ສະເປັນສ ໂຄສົກຄະນະກຳມະການໂອລິມປິກຄົນພິການສາກົນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ. ທ່ານໄດ້ຍົກຕົວຢ່າງວ່າ: ນັບແຕ່ເລີ່ມແຂ່ງຂັນເປັນຕົ້ນມາ, ແຕ່ລະມື້ລ້ວນແຕ່ໄດ້ຈັດກອງປະຊຸມຫົວໜ້າຄະນະນັກກິລາເພື່ອຫາລືເຖິງວິທີແກ້ໄຂບັນຫາຊະນິດຕ່າງໆ,ເບິ່ງຈາກປະສົບການຈາກງານກິລາໂອລິມປິກໃນຄັ້ງທີ່ຜ່ານມາແລ້ວ, ກອງປະຊຸມແບບນີ້ທຳມະດາແລ້ວຕ້ອງດຳເນີນໄປເປັນເວລາຫຼາຍຊົ່ວໂມງ,ແຕ່ກອງປະຊຸມຫົວໜ້າຄະນະນັກກິລາຢູ່ປັກກິ່ງທີ່ໄດ້ຈັດຂຶ້ນໃນມື້ກ່ອນພຽງແຕ່ໄດ້ໃຊ້ເວລາ 22 ນາທີກໍ່ສິ້ນສຸດລົງແລ້ວ. ທ່ານກ່າວວ່າ: “ບັນດາຫົວໜ້າຄະນະນັກກິລາລ້ວນແຕ່ບໍ່ມີບັນຫາຫຍັງຄາໃຈ,ເຂົາເຈົ້າລ້ວນແຕ່ໄດ້ສະແດງການຍ້ອງຍໍການດຳເນີນການແຂ່ງຂັນທີ່ສະດວກກໍຄືການເອົາໃຈໃສ່ຈາກຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງທີ່ມີຕໍ່ນັກກິລາ.”