ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ອັດລົງແລ້ວ ທ່ານສີຈິ້ນຜິງພ້ອມດ້ວຍຜູ້ນຳພັກແລະລັດຖະບານຫຼາຍທ່ານໄດ້ເຂົ້າຮ່ວມ

2022-03-10 18:26:57 |ມາຈາກ: CRI

ຕາມຂ່າວCRI: ກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13 ໄດ້ສິ້ນສຸດວາລະປະຊຸມຢ່າງຈົບງາມ, ແລະໄດ້ອັດລົງແລ້ວໃນຕອນເຊົ້າຂອງວັນທີ 10 ມີນານີ້ທີ່ສະພາປະຊາຊົນແຫ່ງຊາດຈີນ.

ທ່ານຫວ່າງຢາງ, ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເປັນປະທານກອງປະຊຸມດັ່ງກ່າວ. ທ່ານສີຈິ້ນຜິງ, ທ່ານຫຼີເຄີ້ສຽງ, ທ່ານລີ້ຈ້ານຊູ, ທ່ານຫວາງຮູ້ນີງ, ທ່ານຈ້າວເລີ້ຈີ້, ທ່ານຮານຈື້ງ, ທ່ານຫວາງສີຊານພ້ອມດ້ວຍຜູ້ນຳພັກແລະລັດຖະບານທ່ານອື່ນໆໄດ້ເຂົ້າຮ່ວມພິທີປິດກອງປະຊຸມ.