ເຈົ້າໜ້າທີ່ທາງການຂອງລາວໄດ້ຍ້ອງຍໍຊົມເຊີຍຄຳປາໄສສຳຄັນຂອງ​ທ່ານ ສີຈິ້ນຜິງທີ່ກ່າວຢູ່​ໃນສອງກອງປະຊຸມ

2022-03-11 17:41:10 |ມາຈາກ:

ໃນລະຫວ່າງສອງກອງປະຊຸມປີນີ້(ຊື່ຫຍໍ້ຂອງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ), ທ່ານ ສີຈິ້ນຜີງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ໄດ້ກ່າວຄຳປາໄສທີ່ສຳຄັນຫຼາຍຢ່າງ, ເພື່ອແກ້ໄຂຄວາມວິຕົກກັງວົນດ້ານຊີວິດການເປັນຢູ່ຂອງປະຊາຊົນ,ເຊິ່ງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ຊ່ຽວຊານແລະນັກວິຊາການຈາກຫຼາຍປະເທດ. ເຂົາເຈົ້າເຊື່ອໝັ້ນວ່າ,ຜ່ານສອງກອງປະຊຸມເຂົາເຈົ້າສາມາດຮັບຮູ້ຢ່າງເລິກເຊິ່ງເຖິງປະຊາທິປະໄຕຂອງຈີນທີ່ໄດ້ສະແດງໃຫ້ເຫັນວ່າປະຊາຊົນຈີນເປັນເຈົ້າຂອງປະເທດຢ່າງແທ້ຈິງ. ໃນນັ້ນ, ທ່ານ ຈີນເພີຍ (ແປຕາມສຽງຈີນ) ຮອງຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວໄດ້ກ່າວວ່າ:ສອງກອງປະຊຸມແມ່ນເປັນປ່ອງຢ້ຽມອັນສຳຄັນທີ່ສະແດງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນໃນຂະບວນການທັງໝົດຂອງຈີນ.ການປຶກສາຫາລືໃນຫຼາຍດ້ານທີ່ກ່ຽວຂ້ອງກັບບັນຫາຊີວິດການເປັນຢູ່ຂອງປະຊາຊົນ, ເປັນການສະແດງໃຫ້ເຫັນເຖິງການເປັນເຈົ້າຂອງປະເທດຢ່າງແທ້ຈິງຂອງປະຊາຊົນຈີນ.

ມາຈາກ ເວັບໄຊຊີນຮວາ