ທ່ານ ຢິງຢານ ຜູ້ແທນ ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະ ກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ສະເໜີໃຫ້ນັກສຶກສາຕ່າງປະເທດໃນທົ່ວປະເທດຈີນ ເຂົ້າຮ່ວມການທົດສອບພາສາແລະວັດທະນະທຳຈີນ

2022-03-11 17:42:50 |ມາຈາກ:

ທ່ານ ຢິງຢານ ຜູ້ແທນສະພາປະຊາຊົນແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 13 ​ແລະ ອາຈານສອນຢູ່ມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານຫນານຈິງສະເໜີວ່າໃຫ້ນັກສຶກສາຕ່າງປະເທດໃນປະເທດຈີນເຂົ້າຮ່ວມ "ການທົດສອບພາສາແລະວັດທະນະທຳຈີນ"(HSK),ເພື່ອຊຸກຍູ້ການຮຽນພາສາຈີນຂອງຊາວໜຸ່ມທົ່ວໂລກ,​ເພີ່ມທະວີຄວາມສາມາດໃນດ້ານການເຜີຍແຜ່ຕໍ່ສາກົນຂອງວັດທະນະທຳຈີນ. ຮອດປີ 2020, ຈີນໄດ້ກາຍເປັນປະເທດຈຸດໝາຍປາຍທາງຮຽນຂອງການຮຽນຕ່າງປະເທດອັນດັບທີ 3 ​ໃນໂລກ​ ແລະ​ ອັນດັບທຳອິດໃນອາຊີ."ທ່ານ ຢິງຢານ ກ່າວວ່າ, ການທົດສອບຄວາມສາມາດດ້ານພາສາເປັນວິທີປະຕິບັດທົ່ວໄປຂອງວີຊານັກສຶກສາຕ່າງປະເທດ,ໃນປັດຈຸບັນ, ວິທະຍາໄລແລະມະຫາວິທະຍາໄລຂອງຈີນທີ່ຕັ້ງມາດຕະຖານການຮັບນັກສຶກສາຕາມລະດັບພາສາຈີນສາກົນມີຫນ້ອຍ. ມີແຕ່ມະຫາວິທະຍາໄລປັກກິ່ງ,ມະຫາວິທະຍາໄລຊິງຮວາ ແລະ ອື່ນໆ ທີ່ມີການຕັ້ງເງື່ອນໄຂທີ່ເຂັ້ມງວດກວ່າ, ມະຫາວິທະຍາໄລສ່ວນໃຫຍ່ຍັງບໍ່ໄດ້ວາງເງື່ອນໄຂດັ່ງກ່າວໃນຂະນະນີ້.

ມາຈາກ ຂ່າວເຜີງໄຜ