ອັດ​ກອງ​ປະ​ຊຸມຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 13 ຢູ່​ນະ​ຄອ​ນ​ຫຼວງ​ປັກ​ກິ່ງ

2022-03-11 17:50:07 |ມາຈາກ: CRI

ກອງ​ປະ​ຊຸມ​​ຄັ້ງ​ທີ 5 ຂອງສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ 13 ໄດ້​ອັດ​ລົງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ມີ​ນາ​ນີ້​ພາຍ​ຫຼັງ​​ວາ​ລະ​ປະ​ຊຸມ​ຕ່າງໆ​ໄດ້​ສຳ​ເລັດ​ລົງຢ່າງ​ຈົບ​ງາມ​


ທ່ານ ລີ້​ຈ້ານ​ຊູ່ ປະ​ທານສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນໄດ້ເປັນປະທານກອງປະຊຸມດັ່ງກ່າວ. ທ່ານສີຈິ້ນຜິງ, ທ່ານຫຼີເຄີ້ສຽງ, ທ່ານ​ຫວ່າງ​ຢາງ, ທ່ານຫວາງຮູ້ນີງ, ທ່ານຈ້າວເລີ້ຈີ້, ທ່ານຮານ​ເຈີ້ງ, ທ່ານຫວາງສີ​ຊ່ານພ້ອມດ້ວຍຄະ​ນະ​ປະ​ທານກອງ​ປະ​ຊຸມ​ທ່ານ​ອື່ນໆໄດ້ເຂົ້າຮ່ວມພິທີປິດກອງປະຊຸມ​ຄັ້ງ​ນີ້.