ຈີນ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ກໍ​ລະ​ນີ​ຍີ່​ປຸ່ນ​ເກີດ​ມີ​ຫາງສຽງ​​​ທີ່​ຢາກ​ລະ​ເມີດ3​ຫຼັກ​ການປອດ​ນິວ​ເຄຼຍ

2022-03-15 18:10:08 |ມາຈາກ: CRI

ວັນ​ທີ14ມີ​ນາ​ນີ້, ທ່ານຈ້າວ​ລີ້​ຈ່ຽນ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ໃນ​ໄລ​ຍະ​ມໍ່ໆ​ມານີ້,ຢູ່​ປະ​ເທດ​ຍີ່​ປຸ່ນ​ໄດ້​ເກີດ​ມີ​​ຫາງສຽງ​​ທີ່​ຢາກ​ລະ​ເມີດ3​ຫຼັກ​ການທີ່​ປອດ​ນິວ​ເຄຼຍເລື້ອຍໆ,ຈີນ​ໄດ້ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​​ຕໍ່ກັບ​ເລື່ອງນີ້,ແລະ​ທວງ​ໃຫ້​ຍີ່​ປຸ່ນ​ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ດ້ານ​ການ​ປາກ​ເວົ້າ​ແລະ​ການ​ກະ​ທຳ,ຕ້ອງ​ໃຊ້​ທ່າ​ທີ​ຮັບ​ຜິດ​ຊອບ​ຕໍ່​ການ​ປົກ​ປ້ອງ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ.

ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້ວ່າ,​ເມື່ອ​ບໍ່​ດົນ​ມານີ້ ທ່ານ​ຟຸ​ມິ​ໂອະ ກິ​ຊິ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນກ່າວ​ວ່າ: ສຳ​ລັບ​ນະ​ໂຍ​ບາຍ​ຈັດ​ວາງ​ແລະ​ຮ່ວມ​ກັນ​ນຳ​ໃຊ້​ນິວ​ເຄຼຍຂອງ​ອາ​ເມ​ຣິ​ກາຢູ່​ດິນ​ແດນ​ຍີ່​ປຸ່ນ​ນັ້ນ, ລັດ​ຖະ​ບານ​ຍີ່​ປຸ່ນ​ບໍ່​ຢາກ​ຫາ​ລື​ກັນ,ແຕ່ຖ້າ​ມອບ​ໃຫ້​ພັກ​ການ​ເມືອງ ​ເຊັ່ນ: ​ພັກເສ​ລີ​ປະ​ຊາ​ທິ​ປະ​ໄຕ​ເປັນ​ຕົ້ນ ​ລວມ​ທັງ​ປ​ະ​ຊາ​ຊົນ​ຮ່ວມ​ກັນ​ຫາ​ລື​ກັນ ​ນັ້ນ​ແມ່ນ​ບໍ່​ມີ​ບັນ​ຫາ.

ຕໍ່ກັບ​ເລື່ອງນີ້ ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ຈີນ​ມີ​ຄວາມ​ເຫັນ​ມາ​ໂດຍ​ຕະ​ຫຼອດ​ວ່າ, ຍີ່​ປຸ່ນ​ແມ່ນ​ປະ​ເທດ​ປອດ​ອາ​ວຸດ​​ນິ​ວເຄຼຍ​​ທີ່​ໄດ້​ເຊັນ“ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ”,ສະ​ນັ້ນຕ້ອງ​ປະ​ຕິ​ບັດ​ພັນ​ທະ​ສາ​ກົນ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​ຢ່າງຕິດ​ແທດ​​ຕົວ​ຈິງ.