ຈີນ ແລະ ລາວ ລົງນາມສັນຍາຊື້-ຂາຍໄຟຟ້າການຄ້າພະລັງໄຟຟ້າສອງເສັ້ນທາງ 115kV

2022-03-16 11:50:35 |ມາຈາກ:

ເມື່ອບໍ່ດົນມານີ້, ບໍລິສັດສາກົນຢຸນນານຕາຂ່າຍໄຟຟ້ານານຝັງ ຈຳກັດ ກັບ ລັດວິສາຫະກິດໄຟຟ້າລາວ ໄດ້ລົງນາມສັນຍາການຊື້-ຂາຍໄຟຟ້າການຄ້າພະລັງໄຟຟ້າສອງທາງ 115kV ລາວ-ຈີນຢ່າງເປັນທາງການ.

ຂໍ້ຕົກລົງດັ່ງກ່າວກຳນົດ ໄດ້ຢ່າງຈະແຈ້ງວ່າ,ຈີນແລະລາວຈະອີງໃສ່ສາຍໄຟຟ້າ 115 kV ທີ່ມີໃນປັດຈຸບັນເພື່ອສົ່ງໄຟຟ້ານ້ຳຕົກທີ່ອຸດົມສົມບູນສ່ວນເກີນຂອງລາວໄປໃຫ້ຈີນ, ພ້ອມດຽວກັນນັ້ນ, ຍັງຈະສົ່ງໄຟຟ້າໃຫ້ເຂດທີ່ສະໜອງໄຟຟ້າບໍ່ພຽງພໍຢູ່ພາກເໜືອຂອງລາວ. ກາຍເປັນການຕາບຈູນເສີມເຕີມເຊິ່ງກັນແລະກັນທາງດ້ານພະລັງໄຟຟ້າລະຫວ່າງຈີນກັບລາວຢ່າງມີປະສິດທິຜົນ. ອີງຕາມຂໍ້ມູນຂ່າວສານ,ປະຈຸບັນນີ້ ແມ່ນມີສາຍໄຟຟ້າ 115 kVຈາກເມືອງເມິງລາປະເທດຈີນຫາເມືອງນາໝໍ້ປະເທດລາວ, ສາຍໄຟຟ້ານີ້ໄດ້ເລີ້ມນຳໃຊ້ໃນເດືອນທັນວາປີ 2009, ແລະດໍາເນີນມາເປັນເວລາ 12 ປີແລ້ວ, ກໍໄດ້ສົ່ງພະລັງງານໄຟຟ້າໄປພາກເໜືອຂອງລາວຫຼາຍກວ່າ 1 ຕື້kWh, ຊ່ວຍພັດທະນາເສດຖະກິດແລະສັງຄົມໃນພາກເໜືອຂອງປະເທດລາວ.

ໃນອະນາຄົດ, ສອງຝ່າຍຈະປັບປຸງຍົກລະດັບການເຊື່ອມຈອດພະລັງງານໄຟຟ້າ, ຊູກຍູ້ໄຟຟ້າແຮງດັນສູງລະຫວ່າງລາວຈີນ, ສົ່ງເສີມຂະແໜງການຄ້າພະລັງງານໄຟຟ້າ, ຊຸກຍູ້ການຈັດສັນພະລັງງານສະອາດໃຫ້ດີທີ່ສຸດໃນທົ່ວພາກພື້ນ.

ມາຈາກ ຫນັງ​ສື​ພິມລາຍວັນແຂວງຢຸນນານ

ນັກຂ່າວ ວັງຫວນ