ຈຸດບໍລິການດ້ານກົດຫມາຍເພື່ອຄວາມສາມັກຄີຂອງຊ້າງແລະມະນຸດ" ໄດ້ສ້າງຕັ້ງຂຶ້ນໃນເມືອງພູເອີ

2022-03-16 11:53:54 |ມາຈາກ:

ຫວ່າງມໍ່ໆມານີ້, "ຈຸດບໍລິການດ້ານກົດຫມາຍເພື່ອຄວາມສາມັກຄີຂອງຊ້າງແລະມະນຸດ" ແຫ່ງທຳອິດຂອງຈີນໄດ້ຮັບການສ້າງຕັ້ງຂຶ້ນຢູ່ສູນແພ່ພັນຊ້າງອາຊີຢູ່ເມືອງພູເອີແຂວງຢຸນນານ.

ໃນ "ຈຸດບໍລິການດ້ານກົດຫມາຍເພື່ອຄວາມສາມັກຄີຂອງຊ້າງແລະມະນຸດ", ໜ່ວຍງານຂອງລັດຖະບານຫຼາຍພາກສ່ວນ ໄດ້ສົມທົບກັນປະຕິບັດເພື່ອບັນລຸການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືກໍ່ສ້າງ ແລະ ການປົກຄອງຮ່ວມກັນ. ພ້ອມດຽວກັນນັ້ນ, ສານເມືອງຊືເມົາ ຍັງຮ່ວມມືກັບ ສະມາຄົມອຸດສາຫະກໍາປະກັນໄພ ຄົ້ນຄ້ວາສ້າງກົນໄກປະສານງານ ແລະ ການຮ່ວມມືໄລຍະຍາວໃນການແກ້ໄຂປະກັນໄພອຸບັດຕິເຫດສັດປ່າ, ເພື່ອປະກອບສ່ວນເພີ່ມທະວີອຳນາດຕຸລາການໃຫ້ແກ່ການປົກປັກຮັກສາຊ້າງອາຊີ.

ມາຈາກ ຫນັງ​ສື​ພິມລາຍວັນແຂວງຢຸນນານ

ນັກຂ່າວ ເຊີນຂຽວໂປ