ຈຸດຂາຍປີເສັ້ນທາງລົດໄຟລາວ-ຈີນ ນະຄອນຫຼວງພະບາງເລີ່ມເປີດໃຫ້ບໍລິການແລ້ວມື້ນີ້(ວັນທີ 17 ເມສາ)

2022-03-18 14:35:54 |ມາຈາກ:

ຈຸດຂາຍປີເສັ້ນທາງລົດໄຟ ນະຄອນຫຼວງພະບາງຈຸດທີສອງຕັ້ງຢູ່ ຖະໜົນໂພທິຊະລາດ ເຊິ່ງຢູ່ຕໍ່ໜ້າຫ້ອງການອຳນາດການປົກຄອງແຂວງຫຼວງພະບາງ ແລະ ຫ້ອງການພົວພັນຕ່າງປະເທດແຂວງ . ໃນຈຸດຂາຍປີດັ່ງກ່າວສາມາດຊື້ປີ້ຈາກຫຼວງພະບາງໄປຫາເມືອງໄຊ, ນາເຕີຍ, ບໍ່ເຕັ່ນ(ແຖວລົດC82)ແລະ ປີ້ຈາກຫຼວງພະບາງໄປຫາວຽງຈັນ,ວັງວຽງ(ແຖວລົດC81/C83).

ສາມາດຊື້ປີລ່ວງໜ້າ 3 ມື້(ໝາຍຄວາມວ່າຊື້ປີມື້ທີສາມໄດ້), ຈະມີຄ່າບໍລິການ 20.000ກີບ. ເວລາຊື້ປີ້ກຳນົດຊົ່ວຄາວເປັນ ຕອນເຊົ້າ10:00ຫາ12:00, ຕອນບ່າຍ12:30ຫາ15:30分, ເວລາຂາຍປີ້ອີງຕາມການແຈ້ງການຕົວຈິງຂອງຈຸດຂາຍ, ແລະ ຈະປິດການຂາຍ ເມື່ອປີ້ລົດຖືກຂາຍໝົດໃນວັນດັ່ງກ່າວ.

ຈຸດຂາຍປີີ້ດັ່ງກ່າວ ຈະບໍ່ຂາຍປີ້ ທີ່ຂຶ້ນລົດເລີ່ມຈາກຈຸດອື່ນ ແລະ ປີ້ເດັກນ້ອຍ, ຖ້າຫາກຕ້ອງການຖອນປີ້ ແມ່ນຈະຕ້ອງໄປຖອນຢູ່ທີ່ຈຸດຂາຍປີ້ຂອງທາງສະຖານີລົດໄຟເທົ່ານັ້ນ. ຜູ້ຊື້ປີ້ຕ້ອງຖືບັດປະຈຳຕົວ ແລະ ໃນຢັ້ງຢືນຊັກວັກຊີນປ້ອງກັນໂຄວິດ-19 ຜູ້ໜຶ່ງສາມາດຊື້ປິ້ຫຼາຍສຸດ 2 ປີ້. ເພື່ອໃຫ້ມີປະສິດທິພາບສູງ ວິທີຈ່າຍຄ່າປີ້ ສາມາດສະແກນ POS(unionpay)ແລະຄິວອາໂຄດ(Onepay, unionpay, Alipay ແລະ ວີແຊັດ), ເຊິ່ງບໍ່ສາມາດຈ່າຍເງິນສົດໄດ້(ຂໍ້ມູນດັ່ງຂ່າວມມາຈາກບໍລິສັດທາງລົດໄຟລາວ-ຈີນ).

ແຫຼ່ງຂ່າວແປຈາກ ຂ່າວສຳນັກຊິງຮວາ