ປະລິມານການສົ່ງອອກໝາກໄມ້ເປືອກແຂງຂອງແຂວງຢຸນນານເປັນອັນດັບໜຶ່ງໃນຈີນ

2022-03-18 14:41:30 |ມາຈາກ:

ຕາມສະຖິຕິຂອງດ່ານພາສີຄຸນໝິງ, ໃນປີ 2021, ​ແຂວງຢຸນນານໄດ້ສົ່ງອອກໝາກໄມ້ເປືອກແຂງ 1,079 ລ້ານໂຕນ, ເຊິ່ງເປັນອັນດັບໜຶ່ງຂອງຈີນ,ມູນຄ່າການສົ່ງອອກໄດ້ບັນລຸ 12,1ຕື້ຢວນ.ຂອບເຂດການສົ່ງອອກຂອງໝາກໄມ້ເປືອກແຂງໄດ້ກວມເອົາຫຼາຍກວ່າ 40 ປະເທດແລະພາກພື້ນໃນທົ່ວໂລກ.ຈຳນວນແລະມູນຄ່າການສົ່ງອອກໝາກໄມ້ເປືອກແຂງຂອງແຂວງຢຸນນານໄດ້ກວມເອົາເກືອບ1/3ຂອງທົ່ວປະເທດຈີນໃນປີ 2021.

ຍ້ອນປັດໄຈຕ່າງໆເຊັ່ນ ທີ່ຕັ້ງພູມສາດ, ​ດິນຟ້າອາກາດແລະອື່ນໆ, ​ປະເພດໝາກໄມ້ໃນແຂວງຢຸນນານຈຶ່ງມີຄວາມອຸດົມສົມບູນແລະຄຸນນະພາບສູງ, ການພັດທະນາຂະແໜງການໝາກໄມ້ຂອງແຂວງຢຸນນານມີທ່າແຮງ. ໝາກນາວ, ໝາກອະງຸ່ນ, ໝາກແອັບເປີ້ນແລະໝາກໄມ້ອື່ນໆໄດ້ຮັບການຕ້ອນຮັບຈາກຕະຫຼາດຕ່າງປະເທດ.

ດ່ານບໍ່ຫານຈີນ-ລາວແມ່ນໜຶ່ງໃນດ່ານຕົ້ນຕໍທີ່ສົ່ງອອກໝາກໄມ້ສົດຂອງແຂວງຢຸນນານ. ນັບແຕ່ການເຊັນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ(RCEP)ມີຜົນສັກສິດໃນວັນທີ 1 ມັງກອນປີນີ້, ການສົ່ງອອກໝາກໄມ້ຈາກດ່ານບໍ່ຫານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ແຕ່ເດືອນມັງກອນຫາວັນທີ 14 ມີນາປີນີ້, ດ່ານເມືອງລາໄດ້ກວດກາແລະປ່ອຍໝາກໄມ້ສົ່ງອອກ 33.000 ​ໂຕນ,ເພີ່ມຂຶ້ນ 9,1%ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້,ມູນຄ່າຂອງສິນຄ້າ 354 ລ້ານຢວນ, ເພີ່ມຂຶ້ນ 23,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້.

ມາຈາກ ຫນັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ ຫຼິວຈີຢີ ເຢົາເຊີງເຊີງ ການຊື ຫວາງຈົງເລີຍ