ລົດ​ໄຟ​ຂະ​ບວນ​ປະ​ສົມ​ຕາມ​ທາງ​ລົດ​ໄຟ​ຈີນ​ລາວ-ລາວ​ໄທ​ເລີ່ມ​ເປີດ​ບໍ​ລິ​ການ

2022-03-18 15:03:51 |ມາຈາກ: CRI

ວັນ​ທີ 16 ມີ​ນານີ້, ລົດ​ໄຟ​ຂະ​ບວນ​ປະ​ສົມ​ຕາມ​ທາງ​ລົດ​ໄຟ​ສາ​ກົນ​ຈີນ​ລາວ-ລາວ​ໄທ​ໃນ​ຕອນ​ລາວ-ໄທ ໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ຢູ່​ສະ​ຖາ​ນີ​ວຽງ​ຈັນ​ໃຕ້ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ບັນ​ດາ​ຂະ​ບວນ​ລົດ​ໄຟ​ຕາມ​ຊ່ອງ​ໃໝ່​ທາ​ງ​ບົກ-ທາງ​ທະ​ເລ ໄດ້​ເພີ່ມ “ຂະ​ບວນ​ປະ​ສົມ​ຕາມ​ທາງ​ລົດ​ໄຟ​ສາ​ກົນ​ຈີນ-ລາວ-ໄທ”.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ກ່າວ​ວ່າ, ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ທາງ​ລົດ​ໄຟ​ຈີນ-ລາວ ແລະ ທາງ​ລົດ​ໄຟ​ລາວ-ໄທ ແມ່ນ​​ໝາກຜົນ​ອັນ​ໃຫຍ່ຫຼວງ​ຈາກ​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ ກັບ ຍຸດ​ທະ​ສາດ​ຂອງ​ຄູ່​ຮ່ວມ​ສາ​ກົນ ເຊັ່ນ: ລາວ ແລະ ໄທ​ເປັນ​ຕົ້ນ, ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ເທດ​ຈີນ​ແລະ​ປະ​ເທດ​ຢູ່​ແຫຼມ​ອິນ​ດູ​ຈີນ ເຊັ່ນ: ລາວ, ໄທ ແລະ ກຳ​ປູ​ເຈຍ​ເປັນ​ຕົ້ນ ມີ​ເສັ້ນ​ທາງ​ຂົນ​ສົ່ງ​ທາງ​ບົກ​ຊ່ອງ​ໃໝ່ທີ່​ສະ​ດວກ.