ຈີນ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ຄວນ​ຍຸດ​ຕິ​ການ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ໃນ​ທັນ​ທີ

2022-03-18 15:05:57 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ກະ​ຊວງ​ການ​ຄ້າ​ຈີນ​ໃນ​ວັນ​ທີ 17 ມີ​ນານີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຄະ​ນະ​ກຳ​ມະ​ການ​ສື່​ສານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ ຫຼື FCC ໄດ້​ຍົກ​ເລີກ​ໃບ​ອະ​ນຸ​ຍາດ​ທຸ​ລະ​ກິດ​ໂທ​ລະ​ຄົມເລກ​ທີ 214 ​ໃນ​ເຄືອ​ຂ່າຍ​ໂທ​ລະ​ຄົມ​ທົ່ວ​ອາ​ເມ​ຣິ​ກາ ຫຼື ComNet ຂອງ​ບໍ​ລິ​ສັດເຄືອ​ຂ່າຍ​ປາ​ຊິ​ຟິກ​ຈີນ ພ້ອມ​ດ້ວຍ​ສາ​ຂາ​ບໍ​ລິ​ສັດທີ່​ລົງ​ທຶນ​ຝ່າຍ​ດຽວ. ຂໍ​ຖາມ​ວ່າ ກະ​ຊວງ​ການ​ຄ້າ​ມີ​ຄວາມ​ເຫັນ​ແນວ​ໃດ?

ຕໍ່​ກັບເລື່ອງນີ້, ທ່ານ ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: “ທັງ​ນີ້​ແມ່ນ​ຄື​ກັນ​ກັບ​ການ​ກະ​ທຳ​ຂອງ​ຄະ​ນະ​ກຳ​ມະ​ການ​ສື່​ສານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ທີ່​ປະ​ຕິ​ບັດ​ຕໍ່​ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ອື່ນໆ​ຂອງ​ຈີນ​ໃນ​ເມື່ອ​ກ່ອນ. ອາ​ເມ​ຣິ​ກາ​ຄວນ​ຍຸດ​ຕິ​ການ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ໃນ​ທັນ​ທີ, ຍຸດ​ຕິ​ການ​ກະ​ທຳ​ອັນ​ຜິ​ດ​ພາດ​ທີ່​ເຮັດ​ໃຫ້​ບັນ​ຫາ​ເສດ​ຖະ​ກິດການ​ຄ້າ​ຫັນ​ເປັນ​ການ​ເມືອງໃນ​ທັນ​ທີ, ແລະ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ຕະຫຼາດ​ທີ່​ຍຸ​ຕິ​ທຳ ແລະ ມີ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ກັບ​ວິ​ສາ​ຫ​ະ​ກິດ​ຂອງ​ປະ​ເທດ​ຕ່າງໆ ເຊິ່ງ​ລວມ​ທັງ​ປະ​ເທດ​ຈີນ ເພື່ອ​ດຳ​ເນີນ​ການ​ທຸ​ລະ​ກິດ​ຢູ່​ອາ​ເມ​ຣິ​ກາ. ຝ່າຍ​ຈີນ​ຈະ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ ເພື່ອ​ປົກ​ປ້ອງ​ສິດ​ທິ​ຜົນ​ປະ​ໂຫຍດ​ທີ່​ຊອບ​ທຳ​ຂອງວິ​ສາ​ຫ​ະ​ກິດ​ຈີນ​ຢ່າງ​ເດັດ​ດ່ຽວ.